ການເຄື່ອນໄຫວຕ່າງໆຕອບສະໜອງວັນທົ່ວປວງຊົນບໍລິຈາກເລືອດດ້ວຍຄວາມສະໝັກໃຈ

ການເຄື່ອນໄຫວຕ່າງໆຕອບສະໜອງວັນທົ່ວປວງຊົນບໍລິຈາກເລືອດດ້ວຍຄວາມສະໝັກໃຈ - ảnh 1
ສະມາຊິກຊາວໜຸ່ມບໍລິຈາກເລືອດ
(ພາບປະກອບ)

(vovworld) - ດ້ວຍ​ສານ​ທີ່​ວ່າ “ຫົວ​ໃຈ​ເຂັ້​ມ​ແຂງ, ບໍລິຈາ​ກ​ເລ​ືອດກູ້​ເອົາ​ຊີວິ​ດ”, ພາຍຫຼັງ ​ງານໂຮມ​ຊຸມນຸມ, ວັນ​ທີ 7/4, ສະມາຊິກ​ຊາວ​ໜຸ່ມ, ນັກຮຽນ, ກຳມະກອນ​ນະຄອນ ດ່າ​ໜັງ ກ່ວາ 800 ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ບໍລິຈາກ​ເລືອດ ​ດ້ວຍ​ປະລິມານ​ເລືອດທີ່​ເກັບ​ມາ​ໄດ້​ແມ່ນ 600 ຖົງ. ນະຄອນ ດ່າ​ໜັງ​ມີ​ອັດ​ຕາ​ຜູ້​ເຂົ້າ​ຮ່ວມ​ການ​ບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈ​ແມ່ນ​ສູງ​ສຸດ​​ໃນ​ທົ່ວ​ປະ​ເທດ.  ​ເພື່ອນ ຟ້າ​ມຫວູຖາວລີ (Pham Vu Thao Ly), ຜູ້​ເຂົ້າຮ່ວມ​ການ​ບໍລິຈາກ​ເລືອ​ດ 20 ​ເທື່ອ, ​ໃຫ້​ຮູ້​ວ່າ​:

“​ເລື່ອງ​ບໍລິຈາກ​ເລືອດ​ມີ​ປະ​ໂຫຍ​ດຫຼາຍ. ​ແຕ່ລະ​ເທື່ອ, ​ເມື່ອ​ບໍລິຈາກ​ເລື​ອດຂ້າພະ​ເຈົ້າ​ຮູ້​ສື​ກ​ໄດ້ວ່າ, ​ເລືອດ​ຂອງ​ຕົນ​ຈະ​ປະກອບສ່ວນ​ກູ້ຊ່ວຍ​​ໃຫ້ຄົນ​ເຈັບ​ໄດ້​ຫຼາຍ​ຄົນ. ຂ້າພະ​ເຈົ້າ​ຫວັງ​ວ່າ ນັບ​ມື້​ນັບ​ມີເພື່ອນ​ໜຸ່ມ​ຄື​ຂ້າພະ​ເຈົ້າ​ຫຼາຍ​ຄົນເຂົ້າ​ຮ່ວມ​ການ​ບໍລິຈາກ​ເລືອດມະນຸດສະທຳ, ​ເພື່ອປະກອບສ່ວນ​ສະໜອງ​ເລືອດ​ໃຫ​້​ແກ່​ບັນດາໂຮງໝໍ​ທີ່​ພວມ​ຕ​້ອງການ​ເລືອດ”

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຊີ້​ນຳ​ບັ້ນ​ຂົນ​ຂວາ​ຍບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈ​ນະຄອນ ດ່າ​ໜັງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ 20 ໝູ່​ຄະນະ ​ແລະ ກ່ວາ 65 ຄົນທີ່ມີ​ຜົນງານ​ດີ​ເດັ່ນ​ໃນ​ວຽກ​ງານ​ໂຄສະນາ, ຂົນຂວາຍ ​ແລະ ​ເຂົ້າ​ຮ່ວມການ​ບໍລິຈາກ​ເລືອດ.

​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ຊີ້​ນຳ​ບັ້ນ​ຂົນ​ຂວາ​ຍບໍລິຈາກ​ເລ​ືອດດ້ວຍ​ຄວາມ​ສະໝັກ​ໃຈ​ແຂວງ ຕວຽນ​ກວາງ ​ໄດ້​ຈັດ​ຕັ້ງພິທີ​ປຸກລະດົມ​ຂະ​ບວນການ​ບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈ​ປີ 2013. ວັນ​ບຸນ​ບໍລິຈາກ​ເລືອດ​ດຶງ​ດູດ​ສະມາຊິກ​ຊາວ​ໜຸ່ມ​ເກືອບ 1.000 ​ຄົນເຂົ້າ​ຮ່ວມ. ພາຍຫຼັງ​ພິທີ​ປຸກລະດົມ, ສະມາຊິກ​ຊາວ​ໜຸ່ມ​ນັບ​ຮ້ອຍ​ຄົນ​ໄດ້​ຈົດ​ທະບຽນ​ເຂົ້າ​ຮ່ວມ​ການ​ບໍລິຈາກ​ເລືອດ. ຄາດ​ວ່າ​ປະລິມານ​​ເລືອດ​ທີ່​ຈະ​ເກັບມາ​ໄດ້​​ແມ່ນກ່ວາ 100 ຖົງ.

ຂ່າວ/ບົດ​ອື່ນ