ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ145ປີແຫ່ງວັນຄ້າຍວັນເກີດV.I Le-nin

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ145ປີແຫ່ງວັນຄ້າຍວັນເກີດV.I Le-nin - ảnh 1
ທ່ານ V.I Le-nin
(ພາບ​ປະ​ກອບ)

(vovworld) –  ໃນ​ບັນ​ດາ​ໜັງ​ສື​ພິມ​ໃຫຍ່​ສະ​ບັບ​ອອກວັນ​ທີ 22/4 ​ໄດ້​ລົງ​ພິ​ມຫຼາຍ​ຂ່າວ, ບົດ ແລະ ພາບ​ເນື່ອງ​ໃນ​ໂອ​ກາດ ສະ​ເຫຼີມ​ສະຫຼອງ 145 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ V.I Le-nin (22/4/1870 – 22/4/2015). ໃນ​ໜ້າທ​ຳ​ອິດ​ຂອງ​ໜັງ​ສື​ພິມ ເຍີນ​ເຢີນ (ສຽງ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ) ມີ​ບົດ​ຂຽນ “ປະ​ທານ ໂຮ່​ຈີ​ມິນ ສືບ​ທອດ ແລະ ພັດ​ທະ​ນາ​ ແນວ​ຄິດ Lenin ຢ່າງ​ມີຫົວ​ຄິດ​ປະ​ດິດ​ສ້າງ​”, ຢັ້ງ​ຢືນ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ເດືອນ 10 ລັດ​ເຊຍ ເມື່ອ​ປີ 1917 ຕິດ​ພ​ັນ​ກັບ​ບັນ​ດາ​ການ​ປະ​ກິດ​ຄິດ​ປະ​ດິດ​ສ້າງ​ໃນ​ທິດ​ສະ​ດີ ແລະ ການ​ຊ​ີ້​ນຳ​ຕົວ​ຈິງ​ຂອງ V.I Le-nin. ປະ​ທານ ໂຮ່​ຈີ​ມິນ ໄດ້​ຮັບ​​ເອົາ​ນ້ຳ​ໃຈ​ຂອງ​ລັດ​ທິ Le-nin ແລະ ນຳ​ໃຊ້​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​​ເຂົ້າໃນ​ການ​ປະ​ຕິ​ວັດ ຫວຽດ​ນາມ. ໃນ​ໜ້າ​ທ​ຳ​ອິດ​ຂອງ​ໜັງ​ສື​ພິມ ກວນ​ໂດ້ຍ​ເຍີນ​ເຢີນ (ສຽງ​ຂອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ) ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ “ລຸງ​ໂຮ່ ຂຽນ​ກ່ຽວ​ກັບ Lenin”. ບົດ​ໜັງ​ສື​ພິມ​ຂຽນ​ວ່າ: ພາຍຫຼັງ​ Le-nin ເຖິງ​ແກ່​ມໍ​ລະ​ນະ​ກຳ​ພຽງ 6 ວັນ ແລະ ໃນ​ທຸກໆ​ບົດ​ຂຽນ​ກ່ຽວ​ກັບ Le-nin ຂອງ​ຕົນ​, ຫງວຽນ​ອ໋າຍກວກ - ​ໝາຍ​ເຖິງປະ​ທານ ໂຮ່​ຈີ​ມິນ ໄດ້​ຂຽນ​ກ່ຽວ​ກັບ Le-nin ດ້ວ​ຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ເຄົາ​ລົບ​ນັບ​ຖື​ແບບ​ພິ​ເສດ. ນອກ​ຈາກ​ເລື່ອງຢັ້ງ​ຢືນ Le-nin ແມ່ນ​ຜູ້ໃຫ້​ປະ​ຕິ​ບັດ ແລະ ພັດ​ທະ​ນາ​ລັດ​ທິ ມາກ, ແມ່ນ​ຜູ້​ກຳ​ເນີດ​ການ​ປະ​ຕິ​ວັ​ກຳ​ມະ​ຊີບ ແລະ ການ​ປະ​ຕິ​ວັດ​ປົດ​ປ່ອຍ​ຊາດ, Le-nin ຍັງ​ແມ່ນ​ຜູ້​ໄດ້​ບຳ​ລຸງ​ສ້າງ​ບັນ​ດາ​ນັກ​ຮົບ​ປະ​ຕິ​ວັດ​ໃນ​ທົ່ວ​ປະ​ເທດ, ດ້ວຍ​ທິດ​ສະ​ດີປະ​ຕິ​ວັດ​ວິ​ທະ​ຍາ​ສາດ ແລະ ດ້ວຍ​ຄຸນ​ສົມ​ບັດ​ສິນ​ທ​ຳ​ປະ​ຕິ​ວັດ.

        ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 145 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ V.I Le-nin, ວັນ​ທີ 22/4, ການ​ນຳ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ໄປ​ວາງ​ພວມ​ມາ​ລາ​ຢູ່​ອະ​ນຸ​ສາ​ວະ​ລີ Le-nin ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ.


ຂ່າວ/ບົດ​ອື່ນ