ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ83ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີ໋ມິນ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ83ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີ໋ມິນ  - ảnh 1
ພາບປະກອບ

(vovworld) -ເນື່ອງ​ໃນ​ໂອກາດສະ​ເຫຼີມສະຫຼອງ 83 ປີ​ແຫ່ງ​ວັນ​ສ້າງຕັ້ງຄະນະ​ຊາວໜຸ່ມກອມ​ມູນິດ ​ໂຮ່ຈີ໋ມິນ (26/3/1931 – 26/3/2014), ຕອນ​​ເຊົ້າ​ວັນ​ທີ 24/3, ທ່ານ​ຫງວຽນ​ດັກ​ວິ​ງ, ​ເລຂາ​ຜູ້​ທີ 1 ສູນ​ກາງ​ຄະນະ​ຊາວ​ໜຸ່ມກອມ​ມູນິດ ​ໂຮ່ຈີ໋ມິນ ​ໄດ້​ເປັນ​ປະທານ​ໃນ​ການ​ໂອ້​ລົມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ຜ່ານ​ປະຕູ​ຖານ​ຂໍ້​ມູນ​ລັດຖະບານ​ດ້ວຍ​ຫົວ​ເລື່ອງ “ປີ​ຊາວ​ໜຸ່ມ​ອາສາ​ສະໝັກ 2014“. ທ່ານຫງວຽນ​ດັກ​ວິ​ງ ​ເນັ້ນໜັກ​ວ່າ: ບັນດາ​ການ​ເຄື່ອນ​ໄຫວ​ຂອງປີ​ຊາວ​ໜຸ່ມ​ອາສາ​ສະໝັກ 2014 ຕ້ອງ​ຮັບປະກັນ 5 ປັດ​ໄຈ: ລັກສະນະ​ກ້ວາງ​ຂວາງ, ລັກສະນະ​ກຳນົດ​ທິດ, ​ ລັກສະນະ​ແນະນຳ, ລັກສະນະ​ປະສິດທິ​ຜົນ ​ແລະ ລັກສະນະ​ຍືນ​ຍົງ. ​ເນັ້ນໜັກ​ເຖິງ​ການ​ທະວີຄູນ​ບັນດາ​ແບບຢ່າງ​ດີ​ເດັ່ນ​ ​ແລະ ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ນັກ​ອາສາ​ສະໝັກ​ສາກົນ​ເຂົ້າ​ໃນ​ຂະ​ບວນການ​ອາສາ​ສະໝັກ​ຂອງ​ຊາວ​ໜຸ່ມ​ຫວຽດນາມ, ທ່ານຫງວຽນ​ດັກ​ວິ​ງ ​ເນັ້ນໜັກ​ວ່າ:

   “ຢູ່​ຫວຽດນາມ, ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ, ບໍ່​ພຽງ​ແຕ່​ກຳລັງ​ຊາວ​ໜຸ່ມ​​ໄດ້​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວອາສາ​ສະໝັກ​ເທົ່າ​ນັ້ນ, ພວກ​ເຮົາ​ສາມາດ​ເຫັນ ປຊຊ ​ເຂົ້າຮ່ວມບັນດາການ​ເຄື່ອນ​ໄຫວອາສາ​ສະໝັກອີກ​ດ້ວຍ. ​ຂ້າພະ​ເຈົ້າ​ຄິດ​ວ່າ, ກຳລັງ​ຊາວ​ໜຸ່ມ​ແມ່ນ​ກຳລັງ​ຫຼັກ​ແຫຼ່ງ, ມີ​ຈຳນວນ​ຫຼວງ​ຫຼາຍ. ສຳລັບ​ການ​ເຄື່ອນ​ໄຫວອາສາ​ສະໝັກສາກົນ, ພວກ​ເຮົາ​ມີ​ການ​ປະສານ​ສົມທົບ​ກັບປະ​ເທດ​ຕ່າງໆ, ​ໄດ້​ມີ​ບັນດາການ​ເຄື່ອນ​ໄຫວອາສາ​ສະໝັກຢູ່​ປະ​ເທດ​ລາວ, ກຳປູ​ເຈຍ ​ເປັນ​ປະຈຳ. ນອກຈາກ​ນັ້ນພວກ​ເຮົາ​ຍັງ​ຕ້ອນຮັບ​ກຳລັງ​ຊາວ​ໜຸ່ມ​ອາສາ​ສະມັກ​ກາ​ນາ​ດາ, ສິງ​ກາ​ໂປ... ​ແລະ ​ໄດ້​ສົມທົບ​ກັບ​ເຂົາ​ເຈົ້າ ​ແລະ ບາງ​ປະ​ເທດ​ໃນການ​ເຄື່ອນ​ໄຫວອາສາ​ສະໝັກຈຳນວນ​ໜຶ່ງ​

  ກ່ອນ​ໜ້ານນັ້ນ,ຕອນ​ຄຳ່​ວັນ​ທີ 23/3, ທີ່​ນະຄອນ ອຽນບ໋າຍ ​ແຂວງ ອຽນບ໋າຍ, ​ໄດ້​ດຳ​ເນີນ​ພິທີ​​ເປີດ​ສາກ​ການ​ເຄື່ອນ​ໄຫວ​ຂອງຄະນະ​ຊາວໜຸ່ມກອມ​ມູນິດ ​ໂຮ່ຈີ໋ມິນ ​ເຂົ້າຮ່ວມ​ຮັບປະກັນ​ຄວາມ​ເປັນ​ລະບຽບຮຽບຮ້ອຍ, ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ໃນ​ປີ​ຊາວໜຸ່ມອາສາ​ສະໝັກ ​ແລະ ວັນ​ບຸນ​ຊາວໜຸ່ມກັບ​ວັດທະນະທຳ​ການ​ຄົມມະນາຄົມ​ປີ 2014. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​ເລ​ດິ່ງ​ເທາະ - ຮອງ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ - ຂົນ​ສົ່ງ ຫວຽດນາມ ຊີ້​ແຈ້ງວ່າ:

      “ພວກ​ຂ້າພະ​ເຈົ້າຫວັງ​ວ່າ, ພາຍຫຼັງພິທີ​​ເປີດ​ສາກ​ການ​ເຄື່ອນ​ໄຫວ​ນີ້, ຄະນະ​ຊາວໜຸ່ມທຸກຂັ້ນຈະດຳເນີນບັນດາ ກິດຈະກຳເຂົ້າຮ່ວມຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ໃນ​ປີ​ຊາວໜຸ່ມອາສາ​ສະໝັກປີ  2014 ຢ່າງ​ເຂັ້ມແຂງແລະກວ້າງຂວາງ,ຖືຄວາມປອດໄພທາງຄົມມະນາຄົມແມ່ນໜຶ່ງໃນ ບັນດາໜ້າທີ່ຈຸດໜັກ ຂອງຊາວໜຸ່ມອາສາ​ສະໝັກປີ  2014; ສະມາ​ຊິກ​ຊາວໜຸ່ມແຕ່ລະຄົນ​ຕ້ອງ​ເປັນນັກໂຄສະນາຢ່າງຕັ້ງໜ້າ. ຄະນະກຳມະການຄວາມປອດໄພທາງຄົມມະນາຄົມຈະສົມທົບຢ່າງແໜ້ນແຟ້ນກັບສູນກາງຄະນະ​ຊາວໜຸ່ມກອມ​ມູນິດ ​ໂຮ່ຈີ໋ມິນ ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ, ຂົນຂວາຍ​ສະມາຊິກຊາວໜຸ່ມມີ​ຄວາມ​ຮູ້ສຶກ​ຕືນຕົວ​ໃນ​ການ​ປະຕິບັດ​ກົດຈາລະ​ຈອນ​ຮັບປະກັນ​ຄວາມ​ເປັນ​ລະບຽບຮຽບຮ້ອຍ, ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ.”

ຂ່າວ/ບົດ​ອື່ນ