ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ພົບ​ປະ​ສັງ​ສັນ​ກັບ​ກ່​ວາ 100 “ນັກ​ທຸ​ລະ​ກິດ ຫວຽດ​ນາມ ດີ​ເດັ່ນ” ປີ 2014
(ພາບ: TTXVN)

(vovworld) – ​​ລາຍ​ການ “ເອກ​ອ້າງ​ທະ​ນົງ​ໃຈ​ເປັນ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ” ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 69 ປີ​ແຫ່ງວັນ​ປະ​ທານ ໂຮ່​ຈີ​ມິນ ຝາກ​ຈົດ​ໝາຍ​ໃຫ້​ຂະ​ແໜງ​ອຸດ​ສາ​ຫະ​ກຳ - ການ​ຄ້າ, 10 ປີ​ແຫ່ງວັນ​ນັກ​ທຸ​ລະ​ກິດ ຫວຽດ​ນາມ ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ຕອນ​ຄຳ​່​ວັນ​ທີ 12/10. ໃນ​ລາຍ​ການນີ້, ຄະ​ນະ​ຈັດ​ຕັ້ງ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ນັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ ຫວຽດ​ນາມ ເພື່ອ​ແນ​ໃສ່​ຈົດ​ຈຳ​ບັນ​ດາ​ຜົນ​ງານ​ດີ​ເດັ່ນ​ໃນ​ການ​ອອກ​ແຮງ​ງານ, ຜະ​ລິດ ດຳ​ເນີນ​ທຸ​ລະ​ກິດ, ມອບ​ຂອງ​ຂວັນ​ໃຫ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ໜາດ​ ກາງ ແລະ​ ນ້ອຍ, ​ປະ​ຊາ​ຊົນ ແລະ ນັກ​ຮົບ​ຢູ່​ເມືອງ​ເກາະ ເຈື່ອງ​ຊາ, ຮ່​ວາງ​ຊາ.

        ກ່ອນ​ໜ້ານັ້ນ, ງານ​ຕະຫຼາດ​ນັດ “ເອກ​ອ້າງ​ທະ​ນົງ​ໃຈ​ສິນ​ຄ້າ​ ຫວຽດ​ນາມ ຄຸນ​ນະ​ພາບ​ສູງ ແລະ ຜະ​ລິດ​ຕະ​ພັນ​ມູ​ນ​ເຊື້ອ” ປີ 2014 ໄດ້ຖືກ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ຫວຽດ​ນາມ ຈັດ​ຕັ້ງ​ໃນ​ວັນ​ທີ​ 11/10, ຢູ່​ຮ່າ​ໂນ້ຍ. ງານ​ຕະຫຼາດ​ນັດ​ມີ​ຮ້ານ​ວາງ​ສະ​ແດງກ່​ວາ 300 ຮ້ານ, ແນະ​ນຳ​ເຖິງ​ຜູ້​ອຸ​ປະ​ໂພກ​ບໍ​ລິ​ໂພກ​ບັນ​ດາ​ຜະ​ລິດ​ຕະ​ພັນ ຫວ​ຽດ​ນາມ, ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ, ພາກ ແລະ ຜະ​ລິດ​ຕະ​ພັນ​​ພື້ນ​ເມືອງ.

        ກ່ອນ​ໜ້ານັ້ນ, ວັນ​ທີ 11/10, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ພົບ​ປະ​ສັງ​ສັນ​ກັບ​ກ່​ວາ 100 “ນັກ​ທຸ​ລະ​ກິດ ຫວຽດ​ນາມ ດີ​ເດັ່ນ” ປີ 2014 ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ຖື​ວ່າ: ໃນ​ຮອບ​ເວ​ລາ 5 ປີ​ຈະ​ມາ​ເຖິງ, ຫວຽດ​ນາມ ກ້າວ​ເຂົ້າ​ສູ່​ໄລ​ຍະ​ເຊື່ອມ​ໂຍງ​ຢ່າງ​ຄົບ​ຖ້ວນ. ໃນ​ສະ​ພາບ​ການ​ແກ້ງ​ແຍ້ງ​ສູງ, ສິນ​ຄ້າ ຫວຽດ​ນາມ ຕ້ອງ​ຮັບ​ປະ​ກັນ​ຄຸນ​ນະ​ພາບ, ວິ​ສາ​ຫະ​ກິດ ຫວຽດ​ນາມ ເຕົ້າ​ໂຮມ​ກຳ​ລັງ​ພາຍ​ໃນ​ແຂງ​ແຮງ​ຊຶ່​ງ​ອາດ​ສາ​ມາດ​ແ​ກ່ງ​ແຍ້ງ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ມາ​ຈາກ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່ໄດ້.


ຂ່າວ/ບົດ​ອື່ນ