ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນມູນເຊື້ອຂອງນັກຮຽນ,ນັກສຶກສາ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນມູນເຊື້ອຂອງນັກຮຽນ,ນັກສຶກສາ - ảnh 1
ພາບປະກອບ

(vovworld) – ຕອນ​ຄຳ່ວັນ​ທີ 5/1, ສະມາຄົມ​ນັກ​ສຶກສານະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງພິທີ​ສະ​ເລີມ​ສະຫຼອງ 64 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ນັກຮຽນ - ນັກ​ສຶກສາ ​ແລະ ຍ້ອງຍໍ​ຊົມ​ເຊີຍ 87 “ນັກ​ສຶກສາ 5 ດີ” ລະດັບ​ນະຄອນ​ປີ 2013. ທີ່​ພິທີ, ບັນດາ​ຜູ້​ແທນ ​ແລະ ນັກຮຽນ, ນັກ​ສຶກສາ ພ້ອມ​ກັນ​ທົບ​ທວນຄືນ​​ໄລຍະ​ທາງ 64 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ນັກຮຽນ, ນັກ​ສຶກສາ. ນັບ​ແຕ່​ວັນ​ທີ 9/1/1950, ​ແບບຢ່າງ​ຂອງ ​ເຈີ່ນ​ວັນ​ເອີນ, ​ເຈີ່ນ​ໂບ້ຍ​ເກີ, ກວາກທິຈາງ (Qúach Thị Trang) ​ໄດ້​ກາຍ​ເປັນ​​ແປວ​ໄຟ​​ເຍືອງ​ທາງ, ​ເພື່ອ​ໃຫ້​​ລຸ້ນໜຸ່ມສືບ​ທອດ​ນ້ຳ​ໃຈ​ຮັກ​ຊາດ. ພ້ອມ​ກັບ​ນັກ​ສຶກສາ​​ໃນ​ທົ່ວ​ປະ​ເທດ, ນັກ​ສຶກສາ​ນະຄອນ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ມານະ​ພະຍາຍາມ, ​ເມົາ​ມົວ​ຄົ້ນ​ຄ້ວາ​ວິທະຍາສາດ, ສຸດ​ຈິດ​ສຸດ​ໃຈກັບ​ຂະ​ບວນການ ​ແລະ ຈຸດ​ຍອດ​ຍິ່ງ​ແມ່ນ​ບັນດາ​ແບບຢ່າງ “ນັກ​ສຶກສາ 5 ດີ”.

    ລາຍການ “ເອກອ້າງທະນົງໃຈແມ່ນນັກສຶກສາ ຫວຽດນາມ” ໂດຍສະມາຄົມນັກສຶກສານະຄອນ ຮ່າໂນ້ຍ ຈັດຕັ້ງໃນຕອນບ່າຍວັນທີ 5/1 ຢູ່ມະຫາວິທະຍາໄລພາສາຕ່າງປະ​ເທດ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ). ນີ້ແມ່ນການເຄື່ອນໄຫວແທດຈິງ​ເພື່ອສະເຫຼີມສະຫຼອງ 64 ປີແຫ່ງວັນມູນເຊື້ອຮັກຮຽນ, ນັກສຶກສາ ຫວຽດນາມ (9/1/1950 – 9/1/2014) ແລະ ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກສຶກສາ ຫວຽດນາມ ຄັ້ງທີ 9, ອາຍຸການ 2013 – 2018. ລາຍການຖືກດຳເນີນໄປດ້ວຍການເຄື່ອນໄຫວທີ່ມີຄວາມໝາຍ ​ແລະ ແທດຈິງຫຼາຍຢ່າງ.

 

ຂ່າວ/ບົດ​ອື່ນ