ການເຄື່ອນໄຫວຕ່າງໆສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວໃນເປົ້າໝາຍນະໂຍບາຍ

ການເຄື່ອນໄຫວຕ່າງໆສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວໃນເປົ້າໝາຍນະໂຍບາຍ - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ນ​ຟ​ຸກ
​ຢ້ຽມ​ຢາມ​ບັນ​ດາ​ທະ​ຫານ​ເສຍ​ອົງ​ຄະ​, ທະ​ຫານ​ເຈັບ​ປວ່ຍ)


(vovworld)- ວັນ​ທີ 25/7, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ນ​ຟ​ຸກ ໄດ້​ລົງ​ຢ້ຽມ​ຢາມ​ບັນ​ດາ​ທະ​ຫານ​ເສຍ​ອົງ​ຄະ​, ທະ​ຫານ​ເຈັບ​ປວ່ຍ ພວມ​ໄດ້​ຮັບ​ການ​ປິ່ນ​ປົວ, ເບິ່ງ​ແຍງ​ຢູ່​ສູນ​ປິ່ນ​ປົວ​ບຳ​ລຸງ​ສຸ​ຂະ​ພາບ​ທ​ະ​ຫານ​ເສຍ​ອົງ​ຄະ ຢູຍ​ຕຽນ ແຂວງ ຮ່າ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢື້​ຢາມ​ຖາມ​ຂ່າວ​ກໍ​ຄື​ຮັບ​ຟັງ​ຄວາ​ມມ​ຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ບັນ​ດາ​ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈ​ັບ​ປວຍ​ພວມ​ປິ່ນ​ປົວ​ຢູ່​ສູນ​ດັ່ງ​ກ່າວ ພ້ອມ​ທັງ​ຢືນ​ຢັນ​: ພັກ, ລັດ ຍາ​ມ​ໃດ​ກໍ​ຈົດ​ຈຳ​ຄຸນ​ງາມ​ຄວາມ​ດີ​ອັນ​ໃຫຍ່​ຫລວງ​ຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ເຈັບ​ປວ່ຍ, ແມ່​ຫວຽດ​ນາມ ວິ​ລະ​ຊົນ ແລະ ບັນ​ດາ​ຄອບ​ຄົວ​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ.

ກ່ອນ​ຫນ້ານັ້ນ ວັນ​ທີ 24/7, ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 68 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ ແລະ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ ຄື​ວັນ​ທີ 27/7, ຜູ້​ຕາງ​ຫນ້າ​ຄະ​ນະ​ຊີ້​ນຳ​ເຂດ ໄຕ​ບັກ ພ້ອມ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ອຽນບາຍ ໄດ້​ລົງ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄອບ​ຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ​ຢູ່​ບໍ​ລິ​ເວນ​ນະ​ຄອນ ອຽນ​ບາຍ. ແລະ​ກໍ​ໃນ​ໂອ​ກາດນີ້, ອົງ​ຄະ​ນະ​ພັກ ກະ​ຊວງ​ພາຍ​ໃນ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ ຕອບ​ບຸນ​ແທນ​ຄຸນ ຫລາຍ​ຢ່າງ, ຢ້ຽມ​ຢາມ​ບັນ​ດາ​ສຸ​ສາ​ນ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ ຢູ່ ແຂວງ ກວ໋າງ​ຈີ້, ທາຍ​ບີງ, ຊອ​ກ​ຈັງ ແລະ ຈາ​ວີງ ແລະ ມອບ​ຂອງ​ຂວັນ 200 ພູດ ໃຫ້​ບັນ​ດາ​ຄອບ​ຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຄອບ​ຄົວ​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ​ຢູ່​ທ້ອງ​ຖິ່ນ​ຈຳ​ນວນ​ຫນຶ່ງ. ໃນ​ວັນ​ທີ 24/7, ຢູ່​ ແຂວງ ຫາຍ​ເຢືອງ, ການ​ນຳ​ແຂວງ ແລະ ບັນ​ດາ​ອົງ​ການ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ​​ຢູ່ ​ວິ​ຫານນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ ທີ່​ເມືອງ ເກີມ​ຢາງ ເພື່ອ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ.

 

ຂ່າວ/ບົດ​ອື່ນ