ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດວັນສິງແວດລ້ອມໂລກ 5/6

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດວັນສິງແວດລ້ອມໂລກ 5/6 - ảnh 1
ພາບປະກອບ

(vovworld) – ວັນ​ທີ 3/6, ຢູ່​ຄ້າຍ​ກັກ​ຂັງ ຟູ໋​ເຊີນ ​ເລກ 4, ​ເມືອງ​ຟູ໋​ເລືອ​ງ, ​ແຂວງ ທ໋າຍງວຽນ, ກະຊວງ​ຕຳຫລວດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ມີ​ຫົວ​ຂໍ້​ວ່າ “ຈົງ​ຄຳນຶງ​ເຖິງ​ສິງ​ແວດ​ລ້ອມ​ກ່ອນ​ທີ່​ບໍລິ​ໂພ​ກ​ອາ​ຫານ”. ມີ​ເກືອບ 20 ຄຳ​ເຫັນ​ຂອງ​ບັນດາ​ນັກ​ຊ່ຽວຊານ, ນັກວິທະຍາສາດ ​ແລະ ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ເລື່ອງ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຜ່ານ​ບັນຫາ​ບໍລິ​ໂພ​ກອາຫານ. ກໍ່​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ການ​ນຳ​ກະຊວງ​ຕຳຫລວດ, ກະຊວງ​ຊັບພະຍາກອນ ​ແລະ ສິງ​ແວດ​ລ້ອມ, ກະຊວງ​ສາທາລະນະ​ສຸກ​ຮຽກຮ້ອງ​ໃຫ້​ບັນດາ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ຈົ່ງ​ຕອບ​ສະໜອງ​ວັນ​ສິ່ງ​ແວດ​ລ້ອມ​ໂລກ​ປີ​ນີ້​ດ້ວຍ​ເລື່ອງ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ສະທ້ອນ​ເຖິງ​ສິ່ງ​​​​ແວ​ດລ້ອມ​ກ່ວາ​ອີກ ​ແລະ ສະ​ເໜີ​ໃຫ້​, ຂະ​ແໜງ​ການ​ຂັ້ນ​ຕ່າງໆ ​ແລະ ປະຊາຊົນ​ຄວນ​ສຸມ​ໃສ່​ປ່ຽນ​ແປງ​ໃໝ່, ຍູ້​ແຮງ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້ໃຫ້​ແກ່​ພະນັກງານ, ນົກ​ຮົບ ​ແລະ ປະຊາຊົນ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ພິ​ເສດ​ແມ່ນ​ບັນຫາ​ຜະລິດ, ບໍລິ​​ໂພ​ກ​ອາຫານ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ແຂວງ​ເທື່ອ​ທຽນ​ເຫວ ສົມທົບ​ກັບ​ສະ​ຖາ​ບັນຊັບພະຍາກອນ​ສິ່ງ​ແວດ​ລ້ອມ ​ແລະ ​ເຕັກ​ໂນ​ໂລ​ຢີ ຊີ​ວະສາ​ດ ຂຶ້ນ​ກັບ​ມະຫາວິທະຍາ​ໄລ ​ເຫວ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ວົງ​ຄະນະ​ຍາດ​ເຂົ້າ​ຮ່ວມ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່​ເຂດ ໜອງບຶງ”. ບັນດາ​ບົດ​ລາຍ​ງານ, ບົດ​ທາ​ບທາມ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ບົດ​ຮຽນ ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວ​ດລ້ອມ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປ​ງຂອງ​ດິນ​ຟ້າ​ອາກາດ, ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້ຂອງ​ປະ​ຊາ​ຊົນ​ໃນ​​ແຕ່ລະ​ຄອບຄົວ, ​ເຂດ​ຊຸມ​ຊົນ, ບັນດາ​ອົງການ, ຫົວ​ໜ່ວຍ, ບັນດາ​ວິ​ສາ​ຫະກິດ, ຜ່ານ​ນັ້ນ​ໄດ້​ສ້າງ​ສະຕິ​ຕື່ນ​ຕົວນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ດ້ວຍ​ຄວາມປະຢັດ, ​ເໝາະ​ສົມ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ສິ່ງ​ແວດ​ລ້ອມ.

 

ຂ່າວ/ບົດ​ອື່ນ