ການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ 8/3

ການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ 8/3 - ảnh 1
ງານ​ແຂ່ງ​ຂັນ​ແຕ່ງ​ກິນຂອງສະຫະພັນ​ແມ່​ຍິງ ​ເ​ກີນ​ເທີ
( ພາບ: baocantho.com.vn )


( vovworld ) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 102 ປີ ​ແຫ່ງ​ວັນ​ແມ່ຍິງ​ສາກົນ 8/3, ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ໃຫ້ມີ​ບັນດາ​ການ​ເຄື່​ອນ​ໄຫວ​ສະ​ເຫຼີ​ມສະຫຼອງ, ຮັບ​ຮູ້​ການ​ປະກອບ​​ສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນຂອງ​ແມ່​ຍິງ​ໃນ​ພາລະ​ກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດຊາດ​. ຄະນະ​ກຳມະການ​​ລາງວັນ Kovalevskaia ຫາ​ກໍ​ຈັດ​ຕັ້ງ​ການ​ພົບ​ປະ​ນັກ​ສຶກສາ​ຍິງ​ທີ່​ດີ​ເດັ່ນ​ຂອງ​ມະຫາວິທະຍາ​ໄລ 10 ​ແຫ່ງ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ນັກ​ສຶກສາ​ໜຸ່ມມີ​ໂອກາດ​ພົບ​ປະ​ແລກປ່ຽນ​ບົດຮຽນ​ກັບບັນດາ​ນັກ​ວິທະຍາ​ສາດ​ຍິງລຸ້ນກ່ອນ ພິ​ເສດ​ແມ່ນ​ນັກວິທະຍາສາດ​ຍິງ​ສອງ​ຄົນ​ທີ່​ຫາ​ກໍ​ໄດ້​ຮັບ​ລ້າງ​ວັນ Kovalevskaia ປີ 2012 ນີ້. ທີ່​ການ​ພົບ​ປະ, ບັນດາ​ນັກວິທະຍາສາດ​ໄດ້​ແບ່ງປັນ​ກັບ​ນັກ​ສຶກສາກ່ຽວ​ກັບ​ຄວາມ​ຫວັງ, ຄວາມ​ຫຍຸ້ງຍາກ​ໃນ​ການ​ຮໍ່າຮຽນ, ບົດຮຽນ ​​ແລະ ​ເຄັດ​ລັບ​ໃນ​ການຮັກສາຄວາມ​ປອງ​ດອງ​ໃນ​ຄອບ​ຄົວ​ ແລະ​ ຈັດ​ແບ່ງ​ເວລາ​ໃຫ້​ແກ່ວຽກງານຢ່າງ​ເໝາະ​ສົມ.

    ສະຫະພັນ​ແມ່​ຍິງ ​ເ​ກີນ​ເທີ ​ໄດ້​ຈັດ​ພິທີ​ປຸກລະດົມ​ບັ້ນ​ຂົນຂວາຍ “ ຄອບຄົວ 5 ບໍ່, 3 ສະອາດ ” ​ແລະ ງານ​ແຂ່ງ​ຂັນ​ແຕ່ງ​ກິນ. ຮູບ​ແບບ “ ຄອບຄົວ 5 ບໍ່, 3 ສະອາດ ” ລວມມີ 2 ​ເນື້ອ​ໃນຄື; 5 ບໍ່ ​ແມ່ນ, ບໍ່​ທຸກ​ຍາກ​ອຶດຫິວ, ບໍ່​ລະ​ເມີດ​ກົດໝາຍ ​ແລະ ບໍ່​ມີໄພ​ສັງຄົມ, ບໍ່​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ, ບໍ່ເກີດ​ລຸກ​ຜູ້​ທີ່ສາມ​ຂື້ນ​ໄປ, ບໍ່​ມີ​ເດັກຂາດ​ທາດ​ບຳລຸງ ​ແລະ ບໍ່ປະລະ​ການ​ຮຽນ. 3 ສະອາດ​ແມ່ນ; ​ເຮືອນຊານສະອາດ, ​ກິນ​ຢູ່​ສະອາດ, ຮ່ອມ​ທາງ​ສະອາດ​ນີ້​ແມ່ນ​ໜື່ງ​ໃນບັນດາມາດຖານເພື່ອ​ຕີ​ລາຄາ​ການ​ແຂ່ງ​ຂັນ​ຂອງ​ສະຫະພັນ​ແມ່​ຍິງ ​ເກີນ​ເທີ. ​ຕາມ​ນັ້ນ​ແລ້ວ, ບັນດາ​ເມືອງ​ໃນ​ບໍລິ​ເວນ​ແຂວງ​​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ບັນດາ​ເນື້ອ​ໃນ, ​ໂຄສະນາກ່ຽວ​ກັບມາດຖານຮູບ​ແບບ, ຮັກ​ສາ, ພັດທະນາ​ບັນດາ​ຮູບ​ແບບ​ຄອບຄົວ​ທີ່​ດີ​ເດັ່ນ ​ແລະ ຍ້ອງຍໍ​ສັນລະ​ເສີນ​ບັນດາ​ປັດ​ໃຈດີ​ເດັ່ນ​ໃນ​ບັ້ນ​ຂົນຂວາຍ​ຢ່າງ​ທັນ​ການ. ທ່ານນາງ ຟານ​ທິຮົ່ງຢຸ້ງ, ປະທານ​ສະຫະພັນ​ແມ່ຍິງ​ນະຄອນ ​ເກີນ​ເທີ​ ​ໃຫ້​ຮູ້​ວ່າ.

  “ ປີ 2012 ນີ້, ພວກຂ້າພະ​ເຈົ້າສະໜັບສະໜູນ​ບັ້ນ​ຂົນຂວາຍ​ດັ່ງກ່າວ​ຢ່າງ​ຕັ້ງໜ້າ​ດ້ວຍ​ວິທີປຸກ​ລະດົມ​ຄືນ​ໃໝ່​ໃນ​ປີ​ນີ້ ​ແລະ ປຸກລະດົມ​ໃນ​ຕະຫຼອດ​ໄລຍະ 2011 - 2016, ​ເພື່ອ​ໃຫ້​ທຸກໆ​ຄອບ​ຄົວ, ສະມາຊິກ​ສະຫະພັນແມ່ຍິງ​​ແຂວງ ​ເກີນ​ເທີ ປະຕິບັດ “ ຄອບຄົວ 5 ບໍ່, 3 ສະອາດ ” ​​​ປະກອບ​ສ່ວນ​ສ້າງ​ນະຄອນ ​ເກີນ​ເທີ ​​​ໃຫ້​ກາຍເປັນ​ຕົວ​ເມືອງ​ໃຈກາງ​ຂອງ​ເຂດ​ທົ່ງພຽງ​ແມ່ນ້ຳ​ຂອງ ” .
ຂ່າວ/ບົດ​ອື່ນ