ການເຄື່ອນໄຫວຕ່າງໆໃນເດືອນມະນຸດສະທຳປີ 2019

(VOVWORLD) -ວັນທີ 03 ພຶດສະພາ, ສະພາກາແດງນະຄອນດ່ານັ້ງ ໄດ້ຈັດພິທີປຸກລະດົມເດືອນມະນຸດສະທຳປີ 2019 ດ້ວຍຫົວຂໍ້ວ່າ “ເຊື່ອມຕໍ່, ແບ່ງປັນ ແລະ ແຜ່ຂະຫຍາຍ” ແລະ ສະເຫຼີມສະຫຼອງ 156 ປີແຫ່ງວັນກຳເນີດຂະບວນການກາແດງ ແລະ ກາຊີກວົງເດືອນແດງສາກົນ (08 ພຶດສະພາ).
ການເຄື່ອນໄຫວຕ່າງໆໃນເດືອນມະນຸດສະທຳປີ 2019 - ảnh 1 (ພາບປະກອບ: TTXVN)

ທີ່ພິທີປຸກລະດົມ, ທ່ານເລຈຸງຈິງ, ຮອງປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ, ສະເໜີໃຫ້ສະພາດາແດງນະຄອນ ສືບຕໍ່ຍູ້ແຮງບັນດາການໜູນຊ່ວຍມະນຸດສະທຳຢ່າງມີປະສິດທິຜົນ, ໂຄສະນາບັນດາຄຸນຄ່າມະນຸດສະທຳ ແລະ ຂົນຂວາຍປະຊາຊົນທຸກຊັ້ນວັນນະຮ່ວມເດີນທາງພ້ອມກັບບັນດາການເຄື່ອນໄຫວຂອງສະພາກາແດງ. ກໍ່ທີ່ພິທີປຸກລະດົມ, ບັນດາຫົວໜ່ວຍ, ສ່ວນບຸກຄົນ, ບັນດາຜູ້ໃຈບຸນໃຈກຸສົນ ໄດ້ສະໜັບສະໜູນ, ບໍລິຈາກເງິນໄດ້ຈຳນວນ 2,2 ຕື້ດົ່ງ.

        ເນື່ອງໃນໂອກາດນີ້ຢູ່ດ່ານັ້ງ ກໍໄດ້ຈັດເດືອນມະນຸດສະທຳປີ 2019 ເຊິ່ງເລີ່ມແຕ່ວັນທີ 01 ຫາວັນທີ 31 ພຶດສະພາ 2019.

ຕອບກັບ

ຂ່າວ/ບົດ​ອື່ນ