ການ​ເຄື່ອນ​ໄຫວບໍ​ລິ​ຈາກ​ເລືອດ​ປີ 2020 ຖືກ​ດຳ​ເນີນ​ຢູ່ 42 ແຂວງ, ນະ​ຄອນ

(VOVWORLD) -ລາຍການເຄື່ອນໄຫວບໍລິຈາກເລືອດອາສາສະໝັກ ຈະຖືກຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ ແຕ່ວັນທີ 6 – 8 ສິງຫາ
ການ​ເຄື່ອນ​ໄຫວບໍ​ລິ​ຈາກ​ເລືອດ​ປີ 2020 ຖືກ​ດຳ​ເນີນ​ຢູ່ 42 ແຂວງ, ນະ​ຄອນ - ảnh 1 (ພາບປະກອບ: TTXVN)

        ຕາມຂ່າວຈາກສະຖາບັນເລືອດສາດ - ສົ່ງເລືອດສູນກາງ ເມື່ອວັນທີ 31 ພຶດສະພາໃຫ້ຮູ້ວ່າ: ການເຄື່ອນໄຫວບໍລິຈາກເລືອດຄັ້ງທີ 8 ປີ 2020 ດ້ວຍຫົວຂໍ້ “ເຊື່ອມຕໍ່ເສັ້ນເລືອດຫວຽດ” ຈະຖືກຈັດຂຶ້ນແຕ່ວັນທີ 6 ມິຖຸນາ ຫາວັນທີ 8 ສິງຫາ ຢູ່ 42 ແຂວງ, ນະຄອນ.  ນີ້ແມ່ນການເຄື່ອນໄຫວຂົນຂວາຍບໍລິຈາກເລືອດ ຈາກພາກເໜືອລົງຮອດພາກໃຕ້ ໂດຍຄະນະຊີ້ນຳແຫ່ງຊາດກ່ຽວກັບການຂົນຂວາຍບໍລິຈາກເລືອດອາສາສະໝັກ, ກະຊວງສາທາລະນະສຸກ ສົມທົບກັນ ຊີ້ນຳ, ສະຖາບັນເລືອດສາດ - ສົ່ງເລືອດສູນກາງ ເປັນຜູ້ຮັບຜິດຊອບສົມທົບກັບບັນດາຫົວໜ່ວຍຈັດຕັ້ງປະຕິບັດ.

        ປີນີ້, ການເຄື່ອນໄຫວບໍລິຈາກເລືອດໃນຂອບເຂດທົ່ວປະເທດ ຄາດວ່າຈະດຳເນີນຢູ່ແຂວງກຽນຢາງ ໃນວັນທີ 6 ມິຖຸນາ; ການເຄື່ອນໄຫວບໍລິຈາກເລືອດອາສາສະໝັກ ຈະຖືກຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ ແຕ່ວັນທີ 6 – 8 ສິງຫາ.  ເປົ້າໝາຍທີ່ວາງອອກ ແມ່ນໂຄສະນາ ແລະ ໃຫ້ຄຳປຶກສາແກ່ 600.000 ເທື່ອຄົນ ກ່ຽວກັບການບໍລິຈາກເລືອດອາສາສະໝັກ, ເປີດກວ້າງເປົ້າໝາຍບໍລິຈາກເລືອດອາສາສະໝັກ, ຮັບເອົາເລືອດດ້ວຍປະລິມານຫຼາຍ, ປະກອບສ່ວນແກ້ໄຂບັນຫາຂາດເລືອດໃນລະດູຮ້ອນປີ 2020. 

ຕອບກັບ

ຂ່າວ/ບົດ​ອື່ນ