ການເຄື່ອນໄຫວຜະລິດ ໃນຕົ້ນລະດູບານໃໝ່ ຢູ່ທົ່ວປະເທດ

ການເຄື່ອນໄຫວຜະລິດ ໃນຕົ້ນລະດູບານໃໝ່ ຢູ່ທົ່ວປະເທດ - ảnh 1
( ພາບ : http://sgtt.vn )

(vovworld)- ​ໃນ​ຊຸມ​ມື້​ຕົ້ນ​ລະດູບານ​ໃໝ່, ບັນຍາກາດ​ຢູ່​ບັນດາ​ທ່າ​ຫາ​ປາ​ໃນ​ບັນດາ​ແຂວງ​ທາງ​ທິດ​ໃຕ້​ພາກ​ກາງ​ຫວຽດນາມ​ມີ​ຄວາມ​ຟົດ​ຟື້ນ​ຍິ່ງ​ຂຶ້ນ. ​ກ່ຳ​ປັ່ນຫາ​ປາ​ໄກ​ຈາກ​ຝັ່ງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ (ບຸນ​ເຕັດ) ນັບ​ສິບ​ລຳ ​ທີ່ນຳ​ເອົາ​ປາ, ກຸ​ງ້ ​ເປັນ​ຈຳນວນ​ຫຼວງ​ຫຼາຍໄດ້​ເຂົ້າ​ທຽບ​ທ່າ . ຢູ່​ທ່າ​ຫາ​ປາ ຮ່ອນ​ເຮີ໋ ​ແລະ ຕະຫຼາດ​ສິນ​ໃນ​ນ້ຳ ທາງ​ທິດ​ໃຕ້​ຂອງ​ພາກ​ກາງ, ຢູ່​ຕາ​ແສງ ​ເຟືອ​ກດົ່ງ, ນະຄອນ ຍາ​ຈາງ, ​ແຂວງ ​ແຄ໋ງຮ່ວາ ​ໃນ​ແຕ່​ລະ​ມື້​ມີ​​ກ່ຳ​ປັ່ນຫາ​ປາ​ ກວ່າ 40 ລຳ​ເຂົ້າ​ທຽບ​ທ່າ, ​ແຕ່​ລະ​ລຳ​ຫາ​ປາ​​ໂອໄດ້​ປະມານ 2​ ໂຕນ, ມີ​ບາງ​ລຳ​ຫາ​ປາ​ໂອ, ປາ​ທູໄດ້​ເກືອບ 10 ​ໂຕນ.

ຢູ່​ແຂວງ ວິ້ງ​ອຽນ​, ກ່ຳ​ປັ່ນ​ຫາ​ປາ​ນັບຮ້ອຍ​ລຳ​, ທີ່ນຳ​ເອົາ​ປາ​ໂອ​ມະຫາ​ສະມຸດ​ເກືອບ 100 ​ໂຕນກໍ່​ໄດ້ເຂົ້າ​ທຽບ​ທ່າ​ຕາມ​ລຳດັບ, . ທ່ານ ກາວ​ວັນ​ໂລກ, ຫົວໜ້າ​ທ່າ​ຫາ​ປາ ຕາ​ແສງ 6, ນະຄອນ ຕູຍ​ຮ່ວາ, ​ແຂວງ ຟູ໋ອຽນ ​ໃຫ້​ຮູ້​ວ່າ:

”ຊາວ​ປະມົງ ທຸກ​ຄົນ ຕ້ອນຮັບ​ບຸນ​ເຕັດ​ຢູ່​ນອກ​ຝັ່ງ​ທະ​ເລ, ປີ​ນີ້​ເຂົາ​ເຈົ້າ​ກໍ່​ຫວັງ​ວ່າ​ຈະ​ຫາ​ປາ​ໄດ້​ຢ່າງ​ຫຼວງ​ຫຼາຍ ​ແລະ​ທ່າ​ກ່ຳ​ປັ່ນກໍ່​ຈະ​ໄດ້​ຮັບ​ການ​ກໍ່ສ້າງ​ຄື​ແນວ​ໃດເພື່ອ​ໃຫ້​ກ່ຳ​ປັ່ນສາມາດ​ເຂົ້າ​ທຽບ​ທ່າ​ຢ່າງ​ສະດວກ​ສະບາຍ”

​ໃນ​ຂະນະ​ນັ້ນ, ​ເພື່ອ​ປະຕິບັດ​ແຜນການ​ທີ່​ໄດ້​ວາງ​ອອກ, ບັນດາ​ຫົວໜ່ວຍ​ກໍ່ສ້າງ​ໃນ​ກິດຈະກຳ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ ລາຍ​ເຈົາ ​ບໍ່​ພັກ​ການ, ກຳມະກອນ 1 ພັນ​ກວ່າ​ຄົນ ​ໄດ້​ຕ້ອນຮັບ​ບຸນ​ເຕັດ​​ຢູ່​ທີ່​ກິດຈະກ​ຳ​ດ້ວຍ​ການ​ເອົາ​ໃຈ​ໃສ່​ທາງ​ດ້ານວັດຖຸ ​ແລະ​ຈິດ​ໃຈ​ຢ່າງ​ຄົບ​ຖ້ວນ. ຕາມ​ແຜນການ​ແລ້ວ, ທ້າຍ​ໄຕ​ມາດ​ທີ 1 ປີ 2012, ​ໂຄງການກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ ລາຍ​ເຈົາ ຈະ​ດຳ​ເນີນ​ການ​ກີດ​ກັ້ນ​ແມ່​ນ້ຳ, ດັ່ງ​ນັ້ນ​ບັນດາ​ນັກ​ປະມູນ​ຈຶ່ງ​ລະດົມ​ອຸປະກອນ​ເຄື່ອງ​ຈັກ, ພະນັກງານ ​ແລະ​ກຳມະກອນ​ ​ທັງ​ໝົດ​ເພື່ອ​ປະຕິບັດ​ໂຄງການ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ