ການເຄື່ອນໄຫວຜະລິດໃນຊຸມວັນຕົ້ນປີ

ການເຄື່ອນໄຫວຜະລິດໃນຊຸມວັນຕົ້ນປີ - ảnh 1
ທ່າ​ກຳ​ປັ່ນ​ຫວູງ​ອ໋າງ

(vovworld) - ​ໃນ​ໂອກາດປີ​ໃໝ່​ສາກົນ, ຢູ່​ກິດຈະກຳ, ​ໂຮງງານ​ຕ່າງໆ, ບັນ​ຍາ​ກາດ​ເຮັດ​ວຽກ​ຍັງ​ຄົງ​ດຳ​ເນີນ​ໄປ​ຢ່າງ​ຮີບ​ດ່ວນ ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ຄືບ​ໜ້າ​ຂອງ​ກິດຈະ​ກຳ ​ແລະ ການ​​ເຄື່ອນ​ໄຫວ​ເປັນ​ປົກກະຕິ. ຢູກິດຈະ​ກຳ​ກໍ່ສ້າງ​ຂົວ​ທາງ​ຢາ​ເລິ​ມ, ທີ່​ຂຶ້ນ​ກັບ​ໂຄງການ​ກໍ່​ສ້າງ​ທາງ​ຄວາມ​ໄວ​ສູງຮ່າ​ໂນ້ຍ - ຫາຍ​ຝ່ອງ, ກຳມະກອນ​ເມົາ​ມົວ​ເຮັດ​ວຽກ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໄປມາ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ ຫຼຸດຜ່ອນ​ເວລາ​ໄປ​ມາ​ລະຫວ່າງ​ຮ່າ​ໂນ້ຍ - ຫາຍ​ຝ່ອງ ລົງ. ບັນຍາກາດ​ເຮັດ​ວຽກ​ຢູ່​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ຕົວ​ເມືອງ​ຮ່າ​ໂນ້ຍ, ຕອນ​​ແຕ່ກາດ​ລິງ - ຮ່າ​ດົງ ທີ່​ມີ​ຄວາມ​ຍາວ 13 ຫຼັກ ກໍ່​ພວມ​ດຳ​ເນີນ​ໄປ​ຢ່າງຮີບ​ຮັ່ງ​. ບັນດາ​ພະນັກງານ ​ແລະ ກຳມະກອນ​ຢູ່​ໂຮງງານ​ໄຟຟ້າ​ຮ່ວາ​ບິ່ງ ກໍ່​ພວມ​ເຮັດ​ວຽກ 24/24 ຊົ່ວ​ໂມງ ​ເພື່ອ​ຮັບປະກັນ​ໃຫ້​ໂຮງງານ​ເຄື່ອນ​ໄຫວ​ຢ່າງ​ປອດ​ໄພ, ສະໜອງ​ໄຟຟ້າ​ເປັນ​ປົກກະຕິ​ໃຫ້​ຕາໜ່າງ​ໄຟຟ້າ​​ແຫ່ງ​ຊາດ. ສ່ວນ​ບັນດາ​ທ່າ​ກຳ່​ປັ່ນ, ດ່ານ​ຊາຍ​ແດນ, ສະພາບ​ການ​ເຄື່ອນ​ໄຫວ​ນຳ​ເຂົ້າ​ສົ່ງ​ອອກ​ສິນຄ້າ​ຜ່ານ​ຊາຍ​​ແດນ​ກໍ່ດຳ​ເນີນ​ໄປ​ເປັນ​ປົກກະຕິ.


ຂ່າວ/ບົດ​ອື່ນ