ການເຄື່ອນໄຫວພິທີ, ງານບຸນຕ່າງໆໃນໂອກາດຕົ້ນປີ

ການເຄື່ອນໄຫວພິທີ, ງານບຸນຕ່າງໆໃນໂອກາດຕົ້ນປີ  - ảnh 1
"ວັດ​ເຟີ​ດຕິກ (ຕາ​ແສງ​ເຟີ​ດຕິກ - ​ເມືອງ​ຕຽນ​ຢູ - ບັກ​ນິງ)"

(vovworld) - ວັນ​ທີ 22/2, ນັກ​ທ່ອງ​ທ່ຽວນັບ​ໝື່ນ​ຄົນ​ທີ່​ມາ​ຈາກ​ທຸກ​ສາລະ​ທິດ ​ໄດ້​​ມາ​ຍັງ​ວັດ​ເຟີ​ດຕິກ (ຕາ​ແສງ​ເຟີ​ດຕິກ - ​ເມືອງ​ຕຽນ​ຢູ - ບັກ​ນິງ) ​ເພື່ອເຂົ້າ​ຮ່ວມງານ​ບຸນພາວະ​ນາ​ຂໍ​ໃຫ້​ປະ​ເທດ​ມີ​ຄວາມ​ສະຫງົບ​ປະຊາຊົນ​ຢູ່​ເຢັນ​ເປັນ​ສຸກ, ມີ​ຄວາມ​ໂຊກ​ດີ. ວັດ​ເຟີ​ດຕິກ ຍັງ​ມີ​ຊື່ວ່າ ວ້ານຟຸກຕື້ ​ແມ່ນ​ແຫ່ງ​ທຳ​ອິດ​ທີ່ບັນດາ​ພະສົງ​ຈາກ​ອິນ​ເດຍມາ​ສອນ​ພຸດທະ​ສາສະໜາ​ຢູ່​ຫວຽດນາມ.

​ໃນ​ວັນ​ດຽວ​ກັນ, ຢູ່​ຕາ​ແສງ​ດົ່ງ​ກີ້, ​ເທດສະບານ​ຕື່​ເຊີນ (​ແຂວງ​ບັກ​ນິງ) ​ໄດ້​ດຳ​ເນີນ​ພິທີ​ແຫ່​ກະ​ໂພ​ກດົ່ງ​ກີ້ຂະໜາດ​ໃຫຍ່ສອງ​ໜ່ວຍ, ອັນ​ໄດ້​ດຶງ​ດູດ​ນັບ​ພັນ​ຄົນ​ເຂົ້າ​ຮ່ວມ. ​ເຖິງ​ວ່າ​ຈະ​ແມ່ນ​ໝາກກະ​ໂພ​ກປອມ​ກໍ່ຕາມ ​ແຕ່​ຄວາມ​ໝາຍ ​ແລະ ບັນດາ​ພິທີ​ທີ່​ເປັນ​ມູນ​ເຊື້ອ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​ເໝືອນ​ເດີມ, ຍ້ອນ​ເຫດນັ້ນພິທີ​ແຫ່ງ​ກະ​ໂພ​ກດົງ​ກີ້ ປີ​ໃດກໍ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ສາກົນ​ມາ​ຢາມ​ແຂວງ​ບັກ​ນິງ ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ກ

ຕອນ​ຄຳ່​ວັນ​ທີ 22/2, ຢູ່​ແຂວງ​ໄຕ​ນິງ, ​ໄດ້​ເປີດ​ງານ​ບຸນ​ລະດູບານ​ໃໝ່​ພູ​ບ່າ ​ແລະ ງານ​ພົບ​ປະ​ສ້າງສັນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ກັບ​ເມືອ​ບ້ານ​ຕ້ອນຮັບ​ບຸນ​ເຕັດ​ປີ​ມະ​ແມ 2015. ​ງານ​ບຸນ​ລະດູບານ​ໃໝ່​ພູ​ບ່າ ​ແມ່ນ​ການ​ເຄື່ອນ​ໄຫວ​ຖືກ​ຈັດ​ຂຶ້ນປະຈຳ​ປີ​ແຕ່​ວັນ​ທີ 4 - 16 ​ເດຶອ​ນຈຽງ.

ຢູ່​ນະຄອນ​ໂຮ່ຈີ​ມິນ, ຕອນ​ຄຳ່​ວັນ​ທີ 22/2, ​ໄດ້​ປິດ​ງານ​ບຸນ​ຖະໜົນ​ດອກ​ໄມ້ ​ແລະ ຖະໜົນ​ປຶ້ມ​ຢູ່​ຖະໜົນ​ຮ່າ​ມງີ. ​ໃນ 7 ມື້​ແຫ່ງ​ການ​ດຳ​ເນີນ, ​ໄດ້​ມີ​ແຂກ​ມາ​ຊົມ​ກວ່າ 1,5 ລ້ານ​ຄົນ.

ຂ່າວ/ບົດ​ອື່ນ