ການເຄື່ອນໄຫວພົບປະຄັ້ງຕ່າງໆຂອງທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຢູ່ອາເມລິກາ

ການເຄື່ອນໄຫວພົບປະຄັ້ງຕ່າງໆຂອງທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຢູ່ອາເມລິກາ - ảnh 1
(ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ
ທານ​ລັດຖະມົນຕີ​ວ່າ​ການ​ກາ​ນຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry)


(vovworld) – ຕອນ​ບ່າຍ​ວັນ​ທີ 09/09, ທີ່​ວໍ​ຊິງ​ຕັນ ດີຊີ, ປະ​ເທດ​ອາ​ເມ​ລິ​ກາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ຜູ້​ປະຈຳການ​ກິ​ຕິ​ມະ​ສັກ​ສະພາ​ສູງ​ອາ​ເມ​ລິ​ກາ Patrick Leahy. ຢູ່​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິ​ງຮຸ່ງ ຢືນຢັນ​ວ່າ, ຍາມ​ໃດສະພາ​ແຫ່ງ​ຊາດ​ຫວຽດນາມ ກໍ​ສະໜັບສະໜູນ ​ແລະ ຖື​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ ​ເປ​ັນສຳຄັນ; ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານກັບ​ອາ​ເມ​ລິ​ກາ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ ຕາມ​ທິດ​ແທດ​ຈິງ, ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ 2 ຝ່າ​ຍ, ພາກ​ພື້ນ ​ແລະ ທົ່ວ​ໂລກ, ປະກອບສ່ວນ​ເຂົ້າ​ໃນກາ​ນຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ວັດ​ທະນາ​ຖາວອນ​ຂອງ​ພາ​ກພື້ນ ​ແລະ ​ໃນ​ໂລກ.

        ຕໍ່​ຈາກ​ນັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ສະມາຊິກ​ສະພາ​ສູງງອາ​​ເມ​ລິ​ກາ John McCain. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ສ້າງ​ຕັ້ງ​ກົນ​ໄກ​ເຈລະຈາ​ປະຈຳ​ໄລຍະ, ສ້າງ​ຕັ້ງ​ບັນດາ​ລາຍການ​​ແລກປ່ຽນ, ​ແບ່ງປັນ​ຂໍ້​ມູນ​ຂ່າວ, ບົດຮຽນ​ໃນ​ບັນດາ​ຂົງ​ເຂດ​ວຽກ​ງານວິ​ຊາສະ​ເພາະ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ທີ​ຄວາມ​ສົນ​ໃຈ. ສ່ວນທ່ານ John McCain ສະ​ແດງ​ຄວາມ​ຫວັງ​ວ່າ, ຫວຽດນາມ ​ແລະ ອາ​ເມ​ລິ​ກາ ພ້ອມ​ກັບ​ຝ່າ​ຍຕ່າງໆ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ສັນຍາ TPP ​ໂດຍ​ໄວ, ຜ່ານ​ນັ້ນ​ຊຸກ​ຍູ້​ການ​ພົວພັນ 2 ຝ່າຍ ​ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ປະຊາຊົນ 2 ປະ​ເທດ.

        ກ່ອນ​ໜ້າ​ນັ້ນ, ​ໃນຕອນບ່າ​ຍວັນ​ທີ 08/09, ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ​້ມີ​ການ​ພົບ​ປະ​ກັບ​ທານ​ລັດຖະມົນຕີ​ວ່າ​ການ​ກາ​ນຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry. ທີ່​ການ​ພົບ​ປະ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ​່ງ ​ເນັ້ນ​ໜັກ​ວ່າ, ຫວຽດນາມ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ ​ແລະ ​ເຮັດ​ໃຫ​້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ​ອາ​ເມ​ລິ​ກາ ​ເລິກ​ເຊິ່ງກວ່າ, ຕາມ​ທິດ​​ແທ​ດຈິງ, ມີ​ປະສິດທິ​ຜົນ​ກວ່າ​. ທ່ານ John Kerry ​ໃຫ້​ຮູ້​ວ່າ, ອາ​ເມລິ​ກາ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃນ​ວິວັດ​ການ​ສ້າງ, ປັບປຸງ​ບັນດາ​ປະມວນ​ກົດໝາຍ​ໃຫ້​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ​ປີ 2013; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ບັນດາ​ບັນຫາ​ມະນຸດສະທຳ ​ແລະ ​ແກ້​ໄຂຜົນ​ຮ້າຍ​ຢ້ອນ​ຫຼັງຈາກ​ສົງຄາມ.

        ​ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່ທະ​ເລ​ຕາ​ເວັນ​ອອກ ​ເພື່ອ​ຜົນ​ປະ​ລວມຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ​, 2 ຝ່າຍ​ໄດ້​ເຫັນ​ດີ​ຊຸກຍູ້​ບັນດາ​ອົງການ​ທີ່​ກ່ຽວ​ຂ້ອງ​ຍູ້​ໄວ​ວິວັດທະນາ​ການ​ເຈລະ​ຈາ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ຂ້າມ​ປາ​ຊີ​ຟິກ (TPP) ​ໂດ​ຍ​ໄວ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ 2 ປະ​ເທດ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຜູ້ຕາງໜ້າ​ຫ້ອງການ​ການ​ຄ້າ​ອາ​ເມ​ລິ​ກາ ​ເຂົ້າ​ຢຽມຂໍ່ານັບ​ຕາມ​ພິທີການ​ທູດ.
ຂ່າວ/ບົດ​ອື່ນ