ການເຄື່ອນໄຫວພົວພັນການທູດ ຫວຽດນາມ-ເຊັກໂກ “ງານວາງສະແດງດອກກວ້ຍໄມ້” ຢູ່ Praha

(VOVWORLD) -ຕອນບ່າຍວັນທີ 01 ມີນາ, ທີ່ສວນອຸທະຍານPraha, ໄດ້ດໍາເນີນການເຄື່ອນໄຫວ ພົວພັນການທູດລະຫວ່າງຫວຽດນາມ - ເຊັກໂກ ຜ່ານການຈັດ “ງານວາງສະແດງດອກກວ້ຍໄມ້ອາຊີ 2018”

ໂດຍມີການເຂົ້າຮ່ວມຂອງບັນດາທ່ານ ເອກອັກຄະລັດຖະທູດ, ທີ່ປຶກສາຢູ່ບັນດາສະຖານທູດຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄທ ພ້ອມດ້ວຍນັກສິລະປິນ ແລະ ຜູ້ທີ່ນິຍົມດອກກວ້ຍໄມ້ຢູ່ສາທາລະນະລັດ ເຊັກໂກ ກໍໄດ້ມາເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

ນີ້ແມ່ນຄັ້ງທີ 12 ທີ່ສວນອຸທະຍານPraha ໄດ້ຈັດງານວາງສະແດງດອກກວ້ຍໄມ້ປະຈໍາປີແຕ່ນີ້ແມ່ນຄັ້ງທໍາອິດທີ່ຖືຫວົຂໍ້ວ່າ “ດອກກວ້ຍໄມ້ອາຊີ”, ຄວາມຈິງແມ່ນອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ ດອກກວ້ຍໄມ້ຫວຽດນາມກໍມີທີ່ຕັ້ງທີ່ສະຫງ່າຜ່າເຜີຍ.

ທີ່ລາຍການນີ້, ທ່ານນາງ ເຈີນແທງເຮືອງ, ທີ່ປຶກສາສະຖານທູດຫວຽດນາມປະຈໍາ ສ. ເຊັກໂກ ໃຫ້ຮູ້ວ່າ: “ນີ້ແມ່ນໂອກາດທີ່ດີ ເພື່ອໃຫ້ພວກເຮົາສາມາດໂຄສະນາດອກໄມ້ຫຼາຍຊະນິດທີ່ສວຍສົດງົດງາມຂອງຫວຽດນາມສູ່ບັນດາເພື່ອນມິດປະເທດເອີຣົບເວົ້າລວມ ແລະ ປະເທດ ເຊັກໂກເວົ້າສະເພາະ. ຂ້າພະເຈົ້າຫວັງວ່າ ຜ່ານງານວາງສະແດງດອກກວ້ຍໄມ້ຄັ້ງນີ້ ພວກເຮົາຈະມຸ່ງໄປເຖິງການພັດທະນາຂະແໜງການທ່ອງທ່ຽວລະຫວ່າງຫວຽດນາມ ແລະ ເຊັກໂກໃນອະນາຄົດ.”

ຕອບກັບ

ຂ່າວ/ບົດ​ອື່ນ