ການເຄື່ອນໄຫວຟົດຟື້ນຫຼາຍຢ່າງເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ

(VOVWORLD) -ໃນສັບປະດານີ້, ມີການເຄື່ອນໄຫວຫຼາຍຢ່າງໄດ້ຈັດຂຶ້ນ, ເພື່ອເປັນການປະກອບສ່ວນປັບປຸງ, ຮັດແໜ້ນ ແລະ ເຮັດໃຫ້ສາຍພົວພັນອັນດີງາມລະຫວ່າງ 2 ແຂວງ ແທັງຮວາ - ຫົວພັນ ເລິກເຊິ່ງຂຶ້ນຕື່ມ.
ການເຄື່ອນໄຫວຟົດຟື້ນຫຼາຍຢ່າງເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ - ảnh 1ສັບປະດາວັດທະນະທຳມິດຕະພາບ ແທັງຮວາ - ຫົວພັນ 2022
(ພາບ: baothanhhoa.vn)

ຕອນຄ່ຳວັນທີ 25 ສິງຫາ, ຢູ່ນະຄອນ ແທັງຮວາ, ແຂວງ ທັງຮວາ ໄດ້ຈັດພິທີອັດ “ສັບປະດາວັດທະນະທຳມິດຕະພາບ ແທັງຮວາ - ຫົວພັນ 2022”. ສັບປະດານີ້ໄດ້ດຳເນີນໃນລະຫວ່າງວັນທີ 22-26 ສິງຫາ, ເຊິ່ງໄດ້ຈັດຂຶ້ນຢູ່ທັງ 2 ແຂວງ ແທັງຮວາ (ຫວຽດນາມ) ແລະ ຫົວພັນ (ລາວ). ໃນສັບປະດານີ້, ມີການເຄື່ອນໄຫວຫຼາຍຢ່າງໄດ້ຈັດຂຶ້ນ, ເພື່ອເປັນການປະກອບສ່ວນປັບປຸງ, ຮັດແໜ້ນ ແລະ ເຮັດໃຫ້ສາຍພົວພັນອັນດີງາມລະຫວ່າງ 2 ແຂວງ ແທັງຮວາ - ຫົວພັນ ເລິກເຊິ່ງຂຶ້ນຕື່ມ.

        ກ່ອນໜ້ານັ້ນ, ຢູ່ມະຫາວິທະຍາໄລ ຮົ່ງດຶກ (ແທັງຮວາ), ການນຳ 2 ແຂວງ ຫົວພັນ ແລະ ແທັງຮວາ ໄດ້ຈັດພິທີມອບ - ຮັບຫໍພັກໃຫ້ແກ່ນັກສຶກສາ ລາວ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 25 ສິງຫາ, ຢູ່ນະຄອນຫຼວງ ບາງກອກ, ປະເທດ ໄທ ກໍ່ໄດ້ຈັດງານພົບປະແລກປ່ຽນລະຫວ່າງສະຖານທູດ ຫວຽດນາມ ແລະ ສະຖານທູດ ລາວ ປະຈຳ ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ