ການເຄື່ອນໄຫວຢື້ຢາມຖາມຂ່າວ, ມອບຂອງຂວັນບຸນເຕັດຢູ່ບັນດາທ້ອງຖິ່ນ, ກົມກອງ

(VOVWORLD) - ວັນທີ 17 ມັງກອນ, ທ່ານນາງ ດັ້ງທິງອັກທິ້ງ, ຮອງປະທານປະເທດ ຫວຽດນາມ ພ້ອມດ້ວຍຜູ້ຕາງຫນ້າຂອງບາງກະຊວງ, ຂະແໜງການໄດ້ເຂົ້າຮ່ວມລາຍການພົບປະສັງສັນຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ປີຊວດ 2020 ຢູ່ແຂວງ ຫວີງລອງ, ພ້ອມທັງມອບນາມມະບົດຂອງປະທານປະເທດໃຫ້ບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານດີເດັ່ນຂອງແຂວງ ຫວີງລອງ.
ການເຄື່ອນໄຫວຢື້ຢາມຖາມຂ່າວ, ມອບຂອງຂວັນບຸນເຕັດຢູ່ບັນດາທ້ອງຖິ່ນ, ກົມກອງ - ảnh 1 ທ່ານນາງ ດັ້ງທິງອັກທິ້ງ ເຂົ້າຮ່ວມລາຍການພົບປະສັງສັນຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ປີຊວດ 2020 ຢູ່ແຂວງ ຫວີງລອງ (ພາບ: TTXVN)

        ທີ່ການພົບປະສັງສັນ, ບັນດາຜູ້ແທນໄດ້ຢືນຢັນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກ, ຊີວິດການເປັນຢູ່ທາງດ້ານເສດຖະກິດຂອງປະຊາຊົນ ຫວຽດນາມ ເວົ້າລວມ, ປະຊາຊົນແຂວງ ຫວີງລອງ ເວົ້າສະເພາະໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.

        ແລະກໍ່ໃນວັນທີ 17 ມັງກອນ, ຄະນະປະຕິບັດງານຂອງກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໂດຍທ່ານ ເລວັນແທງ ຮອງລັດຖະມົນຕີເປັນຫົວໜ້າຄະນະໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດ ແລະ ມອບຂອງຂວັນໃຫ້ສູນປິ່ນປົວ, ບຳລຸງທະຫານເສຍອົງຄະ ທ້ວນແທ່ງ, ແຂວງ ບັກນິງ.

        ໃນລະຫວ່າງວັນທີ 15 – 17 ມັງກອນ, ຕາງໜ້າການນຳແຂວງ ທ໊າຍງວຽນ ໄດ້ຈັດຕັ້ງບັນດາຄະນະປະຕິບັດງານໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນບຸນເຕັດໃຫ້ 7 ຄອບຄົວພະນັກງານ, ນັກຮົບເປັນລູກຫຼານຊາວ ທ໊າຍງວຽນ ທີ່ພວມປະຕິບັດງານຢູ່ຕາມໝູ່ເກາະ ເຈື່ອງຊາ, ສູນເຮືອນຮ້ານ DK1/8 ບົນທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ