ການເຄື່ອນໄຫວຢ້ຽມຢາມ ອີຕາລີ ຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ

(VOVWORLD) - ປະຈຸບັນ, ໃນໂລກທີ່ມີການຫັນປ່ຽນຢ່າງບໍ່ຢຸດຢັ້ງ, ດ້ວຍກາລະໂອກາດ ແລະ ສິ່ງທ້າທາຍທີ່ສະຫຼັບກັນນັ້ນ, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຕາລີ ກໍ່ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ
ການເຄື່ອນໄຫວຢ້ຽມຢາມ ອີຕາລີ ຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ - ảnh 1(ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ວາງພວງມາລາຢູ່ອະນຸສາວະລີ)

        ໃນຂອບເຂດການເຄື່ອນໄຫວຢ້ຽມຢາມທາງລັດຖະກິດຢູ່ປະເທດ ອີຕາລີ, ຕອນເຊົ້າວັນທີ 27 ກໍລະກົດ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປວາງພວງມາລາຢູ່ອະນຸສາວະລີປະເທດຊາດ Altare della Patria, ທີ່ນະຄອນຫຼວງ ໂຣມ, ປະເທດ ອີຕາລີ.

        ກ່ອນໜ້ານັ້ນ, ວັນທີ 26 ກໍລະກົດ (ຕາມເວລາທ້ອງຖິ່ນ), ຢູ່ທຳນຽບປະທານປະເທດ, ທີ່ນະຄອນຫຼວງ ໂຣມ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາໄດ້ເຂົ້າຮ່ວມງານລ້ຽງໂດຍທ່ານປະທານາທິບໍດີ ອີຕາລີ Sergio Mattarella ແລະ ລູກສາວເປັນປະທານ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານາທິບໍດີ Sergio Mattarella ເນັ້ນໜັກວ່າ, ໃນຕະຫຼອດໄລຍະ 5 ທົດສະວັດແຫ່ງການພັດທະນາສາຍພົວພັນລະຫວ່າງ ຫວຽດນາມ - ອີຕາລີ ຢ່າງດີງາມນັ້ນ, 2 ຝ່າຍຕ້ອງມານະພະຍາຍາມເພື່ອນຳການພົວພັນ 2 ຝ່າຍໃຫ້ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ເປັນຫຼາຍຮູບຫຼາຍແບບກວ່າເກົ່າໃນໄລຍະຈະມາເຖິງ. ສ່ວນທ່ານປະທານປະເທດ ຫວໍວັນເຖືອງ ຢືນຢັນວ່າ, ປະຈຸບັນ, ໃນໂລກທີ່ມີການຫັນປ່ຽນຢ່າງບໍ່ຢຸດຢັ້ງ, ດ້ວຍກາລະໂອກາດ ແລະ ສິ່ງທ້າທາຍທີ່ສະຫຼັບກັນນັ້ນ, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຕາລີ ກໍ່ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ, ມຸ່ງໄປເຖິງບັນດາຄຸນຄ່າ ແລະ ຄວາມສົນໃຈລວມຂອງປະຊາຄົມສາກົນ.

ວັນທີ 28 ກໍລະກົດ, ພາຍຫຼັງຜົນສຳເລັດຢ່າງຈົບງາມຂອງການພົບປະຂັ້ນສູງກັບບັນດາການນຳ ອີຕາລີ ຄັ້ງຕ່າງໆ, ທ່ານປະທານາທິບໍດີ ສ ອີຕາລີ Sergio Mattarella ໄດ້ເປັນປະທານພິທີສົ່ງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ກັບຄືນປະເທດ.

          ເລື່ອງ ອີຕາລີ ຈັດບັນດາພິທີຕ້ອນຮັບ ແລະ ສົ່ງທາງການຂັ້ນປະມຸກລັດສຳລັບທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ສະແດງໃຫ້ເຫັນເຖິງການຖືການຢ້ຽມຢາມຄັ້ງນີ້ເປັນສຳຄັນ, ນຳ້ໃຈສະໜິດສະໜົມ, ເປັນກຽດ ແລະ ສຸດຈິດສຸດໃຈຂອງບັນດາການຳ ອີຕາລີ ທີ່ສະຫງວນໃຫ້ການນຳ ຫວຽດນາມ.

          ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຢ້ຽມຢາມນະຄອນ Firenze, ເມືອງເອກຂອງເຂດ Toscana ແລະ ມີການເຮັດວຽກກັບປະທານເຂດ Toscana ແລະ ເຈົ້າຄອງນະຄອນເຂດ Firenze.

ຕອບກັບ

ຂ່າວ/ບົດ​ອື່ນ