ການເຄື່ອນໄຫວຢ້ຽມຢາມສ.ເຊັກໂກຂອງປະທານປະເທດເຈືອງເຕີນຊາງ

ການເຄື່ອນໄຫວຢ້ຽມຢາມສ.ເຊັກໂກຂອງປະທານປະເທດເຈືອງເຕີນຊາງ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເຮັດ​ວຽກ​ຢູ່ ເຊັກ​ໂກ

(vovworld) – ຕອນ​ແລງວັນ​ທີ 12/5 (ຕາມ​ເວ​ລາ​ ຫວຽດ​ນາມ), ຢູ່​ນະ​ຄອນຫຼວງ ບາ​ຣາ​ຮາ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ມີ​ການ​ພົບ​ປະ​ຢ່າງ​ສະ​ໜິດ​ສະ​ໜົມ​ກັບ​ບັນ​ດາ​ສາດ​ສະ​ດາ​ຈານ, ນັກ​ຊຽນ​ຊານ​ຊາວ ເຊັກ​ໂກ, ບັນ​ດາ​ຜູ້​ທີ່ມ​ີ​ການ​ປະ​ກອບ​ສ່ວນ​​ຢ່າງ​ໃຫຍ່ຫຼວງ​ເຂົ້າ​ໃນ​ພາ​ລະ​ກິດ​ຕໍ່​ສູ້ຍ​າດ​ເອົາ​ເອ​ກະ​ລາດ​ຂອງ​ຊາດ ຫວຽດ​ນາມ ໃນ​ເມື່ອກ່ອນ ແລະ ພາ​ລະ​ກິດ​ສ້າງ​ສາ, ພັດ​ທະ​ນາ​ປະ​ເທດ ຫວຽດ​ນາມ ໃນ​ປະ​ຈຸ​ບັນ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ​ນ​ຊາງ ຢັ້ງ​ຢືນ​ວ່າ:

        “ກ່ອນນີ້ 65 ປີ, ຫວຽດ​ນາມ ພວມ​ຢູ່ໃນ​ໄລ​ຍະ​ຕໍ່​ສູ້​ຕ້ານ ຝ​ຣັ່ງ, ມີ​ຄວາມ​ຫຍຸ້ງ​ຍາກ, ລຳ​ບາກຫຼາຍ, ລັດ​ຂອງ​ພວກ​ເພື່ອນ​ໄດ້​ຮັບ​ຮູ້ປະ​ເທດ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ ແລະ ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ພວກ​ຂ້າ​ພະ​ເຈົ້າ. ກໍ່​ໃນ​ໄລ​ຍະ​ເວ​ລານັ້ນ, ພວກ​ເພື່ອນກໍ່​ໄດ້​ກໍ່​ສ້າງ​ບາງ​ກິດ​ຈະ​ກຳ​ສຳ​ຄັນ​ຢູ່ ຫວຽດ​ນາມ​ຄື: ໂຮງ​ໝໍ ຫວຽດ​​ນາມ - ເຊັກ​ໂກ​ສ​ະ​ໂລ​ວາ​ກີ, ຫໍ​ວັດ​ທະ​ນະ​ທຳ​ເຍົາ​ວະ​ຊົນ… ພວກ​ເພື​່ອນ​ໄດ້​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ໃນຫຼາຍ​ຂົງ​ເຂດ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ພວກ​ຂ້າ​ພະ​ເຈົ້າ​ບໍ່ມີ​ວັ​ນຫຼົົງ​ລືມ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ພວກ​ເພື່ອນ​ໃນ​ຕະຫຼອດ 65 ປີ​ຜ່ານ​ມາ.”

        ກ່ອນ​ໜ້ານັ້ນ, ເມື່ອ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ຫວຽດ​ນາມ 2015 ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ສຳ​ຄັ​ນ​ສ​ະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວ​ຽດ​ນາມ - ເຊັກ​ໂກ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໃຫ້​ຮູ້​ວ່າ: ສິ​ລະ​ປະ​ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ບັນ​ດາ​​ປະ​ຊາຊາດ​ໃນ​ໂລກ​ຢ່າງ​ແໜ້ນ​ແຟ້ນ. ດັ່ງ​ນັ້ນ, ທ່ານ​ສະ​ເໜີ​ບັນ​ດາ​​ສຳ​ນັກ​ງານ, ອົງ​ການ​ຈັດ​ຕັ້ງ​ວັດ​ທະ​ນະ​ທຳ, ສິ​ລະ​ປະ ຫວຽດ​ນາມ ແລະ ເຊັກ​ໂກ ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສິ​ລ​ະ​ປະ​ກ່​ວາ​ອີກ.

        ແລ​ະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເຂົ້າ​ຮ່ວມ​ພິ​ທີ​ເປີດ​​ສຳ​ນັກ​ງານ​ຂ່າວ​ສານ ຫວຽດ​ນາມ ​ປະ​ຈ​ຳ ບາ​ຣາ​ຮາ, ສ. ເຊັກ​ໂກ. ທ່ານ​ປະ​ທາ​ນ​ປະ​ເທດ ຖື​ວ່າ: ເລື່ອງ​ເປີດ​ຫ້ອງ​ການ​ປະ​ຈຳ​ຢູ່ ສ. ເຊັກ​ໂກ ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ໃນ​ການ​ສະ​ໜອງ​ຂໍ້​ມູນ​ຂ່າວ, ພາບ​ພົດ​ກ່ຽວ​ກັບ​ປະ​ເທດ​ປະ​ຈຳ​ຖິ່ນ ກໍ່​ຄື​ສະ​ພາບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ເຊັກ​ໂກ ​ໃຫ້​ດີກ​່​ວາ​ອີກ.


ຂ່າວ/ບົດ​ອື່ນ