ການເຄື່ອນໄຫວລະນຶກວັນຄູ ຫວຽດນາມ (20/11)

ການເຄື່ອນໄຫວລະນຶກວັນຄູ ຫວຽດນາມ (20/11) - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ Nguyen Thi Doan
ພາບ: internet


(vovworld) - ວັນ​ທີ 17/11, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ Nguyen Thi Doan ​ໄດ້​​ລົງເຂົ້າ​ຮ່ວມພິທີ​ລະນຶກ 30 ປີ​ແຫ່ງ​ວັນຄູ​ແຫ່ງ​ຊາດ ຫວຽດນາມ (20/11/1982 - 20/11/2012) ​ແລະ ມອບ​ນາມມະຍົດ​ວິລະ​ຊົນ​ແຮງ​ງານ​ໄລຍະ​ປ່ຽນ​ແປງ​ໃຫມ່​ໃຫ້​ແກ່​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ Yen Khanh A ​ເມືອງYen Khanh ​ແຂວງ Ninh Binh. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ຮັບ​ຮູ້​ບັນດາ​ຜົນງານ​ດີ​​ເດັ່ນ​ຂອງ​ໂຮງຮຽນ​ໃນ​ພາລະກິດ​ສຶກສາ, ບຳລຸງ​ສ້າງ ປະກອບສ່ວນ​ສ້າງ​ສາບາ້ນເກີດ​ເມື​ອງນອນ ​ແລະ ປະ​ເທດ​ຊາດ. ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan  ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ຄູ​ອາ​ຈານ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ Kim Lien  ນະຄອນ ຮ່າ​ໂນ້ຍ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ເນັ້ນ​ຫນັກ​ວ່າ: ຖັນ​ແຖວ​ຄູ​ອາຈານ ຕ້ອງ​ເສີມ​ຂະຫຍາຍ​ຄວາມ​ມີ​ຫົວຄິດ​ປະດິດ​ສ້າງ, ສູ້​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຍົກ​ສູງ​ລະດັບ​ຄວາມ​ຮູ້, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ສຳ​ເລັດ​ຫນ້າ​ທີ່​ການ​ສິດສອນ​ໃຫ້​ດີ​ເດັ່ນ.



ຂ່າວ/ບົດ​ອື່ນ