ການເຄື່ອນໄຫວລະຫລິ້ນຢ່ອນອາລົມໃນບຸນເຕັດ

     ການເຄື່ອນໄຫວລະຫລິ້ນຢ່ອນອາລົມໃນບຸນເຕັດ - ảnh 1
ການເຄື່ອນໄຫວລະຫລິ້ນໃນບຸນເຕັດ
ພາບ:thethaovanhoa.vn

ຢູ່​ນະຄອນ ​ໂຮ່ຈິ​ມີນ,​ ງານ​ບຸນ ດອກ​ໄມ້​ລະດູ​ບານ​ໃຫມ່ ຖືກ​ຈັດ​ຂຶ້ນ​ຢູ່ ສວນສາທາລະນະ ຕາວດ່ານ ​ເມືອງ 1 ນະຄອນ ​ໂຮ່ຈິ​ມີນ ​ໄດ້​ດຶງ​ດູດ​ຈຳນວນ​ນັກ​ທ່ອງ​ທ່ຽວ ​ແລະ ປະຊາຊົນ​ເຂົ້າ​ຢ້ຽມ​ຊົມ​ເປັນ​ຈຳນວນ​ຫລວງຫລາຍ. ປ້າ ບູ່​ຍທິ​​ເກ​ວ ຢູ່​ເມືອງ ຟູ​ຍ້ວນ ນະຄອນ ​ໂຮ່ຈິ​ມີນ ​ເວົ້າ​ວ່າ:

        “ ຂ້າພະ​ເຈົ້າ​​​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​​ເມື່ອ​ເຂົ້າຢ້ຽມ​ຊົມ​ດອກ​ໄມ້.  ຮີດຄອງ​ປະ​ເພນີ​ນີ້​ແມ່ນ​ມີ​ມາ​ແຕ່​ດົນ​ນານ​ແລ້ວ.​ໃນ​ໂອກາດ​ປີ​ໃຫມ່ ຂ້າພະ​ເຈົ້າ​ປາດ​ຖະຫນາ​ໃຫ້​ທຸກ​ຄົນ​ມີ​​ໂຊກ​ມີ​ໄຊ ມີ​ຄວາມ​ຜາ​ສຸກ, ສຸຂະພາບ​ເຂັ້ມ​ແຂງ.”

        ບໍ່​ພຽງ​ແຕ່​ໄປ​ຢ້ຽມ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ເທົ່າ​ນັ້ນ,​​ໃນ​ຊຸມ​ມື້​ຕົ້ນ​ລະດູ​ບານ​ໃຫມ່​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຄົນ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ລະ​ຫລິ້ນຢ່ອນ​ອາລົມ. ​ໄລ່​ສະ​ເພາະ​ໃນ 3 ມື້​ຕົ້ນ​ລະດູບານ​ໃຫມ່, ສວນສາທາລະນະ​ວັດທະນະທຳ ​ເດີ່ມ​ແຊນ ​ໄດ້​ດຶງ​ດູດ​​ແຂກ​ຄົນ​ປະມານ 220.000 ​ເທື່ອ​ຄົນ.

        ສ່ວນ​ຢູ່​ແຂວງ ທ໋າຍ​ບີ່​ງ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​​ໃນ​ແຂວງ ກໍ​ໄດ້​ກະກຽມ​​​​ໃຫ້​ແກ່​ງານ​ບຸນ​ວັດ​ແກວ ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ຂອງ​ບຸນ​ເຕັດ ຢູ່ ​ເມືອງ ຫວູທື ​ແຂວງ ທ໋າຍບີ່​ງ.  ທ່ານ ຫງວຽນ​ວັນ​ລວນ ຮອງ​ປະທານ​ຄະນະ​ກຳມະການ​​ແນວ​ໂຮມ​ປະ​ເທດ​ຊາດ ​ແຂວງ ທ໋າຍບີ່​ງ ​ໃຫ້​ຮູ້​ວ່າ:

        “ສຳລັບ​ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນ​ປີ​ໃຫມ່,​​ແນວ​ໂຮ​ມປະ​ເທດ​ຊາດ​​ແຂວງ ​ໄດ້​ຂົນຂວາຍ​ປະຊາຊົນ​ປະຕິບັດ​ງານ​ບຸນ​ເປັນ​ຢ່າງ​ດີ, ຮັບປະກັນ​ການ​ປະຢັດ​, ຄວາມປອດ​ໄພ, ຮັກສາ​ສີສັນ​ວັດທະນະ​ທຳ​ທີ່​ເປັນ​ມູນ​ເຊື້ອ.”

        ພ້ອມ​ກັບ​ບັນຍາກາດ​ຕ້ອນຮັບ​ປີ​ໃຫມ່​ຂອງ 54 ຊົນ​ເຜົ່າ​ອ້າຍ​ນ້ອງ, ປະຊາຊົນ​ຊົນ​ເຜົ່າ​ຂະ​ແມ​ ຢູ່ ​ແຂວງ ຈາ​ວີ​ງ ກໍ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​ຕ້ອນຮັບ​ບຸນ​ເຕັດ. ລຸງ ​ແທກ​ຊາງ ຊາວ​ຂະ​ແມ ຢູ່ ບ້ານ ​ເກງ​ຊາງ ຕາ​ແສງ ຮ່ວາ​ເລີ້​ຍ ​ເມືອງ ​ເຈົາ​ແທ່ນ ​ເວົ້າ​ວ່າ:

        “ຄວາມ​ສາມັກ​ຄີ​ ​ລະຫວ່າງ​ຊາວ​ກີ​ງ ກັບ ຊາວ​ຂະ​ແມ ​ແມ່ນ​ຫນຶ່ງ​ດຽວ, ບຸນປີ​ໃຫມ່​ປະຈຳ​ຊາດ​ຜ່ານ​ໄປ ງານ​ບຸນ Chol Chnam ວຽນມາ, ສອງ​ງານ​ບຸນ​ນີ້​ກໍ​ເຊັ່ນ​ດຽວກັນ.”

        ປີ​ນີ້ ຊາວ​ຂະ​ແມ​ໄດ້​ຕ້ອນຮັບ​ບຸນ​ເຕັດ​ຢ່າງ​​ເບີກບານ​ມ່ວນ​ຊື່ນ ​ແລະ ອົບ​ອຸ່ນກວ່າ ​ເມື່ອ​ບັນດາ​ນະ​ໂຍບາຍ​ລົງທຶນ​ໃຫ້​ແກ່​ຊາວ​ຊົນ​ເຜົ່າ​ຂະ​ແມ​ພວມ​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ. ພະ​ອາຈານ ​ແທດ​ອຸດ, ປະທານ​ສະມາຄົມ​ສາມັກຄີ​ພະສົງ​ສຳ​ມະ​ເນນ​ຜູ້​ຮັກ​ຊາດ ​ເມືອງ ຕຽວ​ເກ​ີນ ຊຶ່ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ທ້ອງ​ຖິ່ນ​ມີ​ຊາວ​ຊົນ​ເຜົ່າ​ຂະ​ແມ​ດຳລົງ​ຊີວິດ​ເປັນ​ຈຳນວນ​ຫລວງຫລາຍ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ຊີວິດທາງ​ດ້ານ​ເສດຖະກິດ​ຂອງ​ຊາວ​ຊົນ​ເຜົ່າ​ຂະ​ແມ ​ໄດ້​ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນຖານ ນັບ​ມື້​ນັບ​ມີ​ຫລາຍ​ຄອບຄົວ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ບືນ​ຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງມີ, ຊີວິດ​ທາງ​ດ້ານ​ວັດທະນະທຳ​ກໍ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ເຫັນ​ໄດ້​ຊັດ.

        “ພັກ ​ແລະ ລັດ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ກ່ຽວ​ກັບ​ທຸກ​ດ້ານ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ. ປະຈຸ​ບັນ ສຳລັບ​ຊາວ​ຊົນ​ເຜົ່າ​ຂະ​ແມ​ຍັງ​ຮັກສາ​ງານ​ບຸນ​ປະ​ເພນີ​ຂອງ​ຕົນ. ອຳນາດ​ການ​ປົກຄອງ​ບໍ່​ຈຳ​ແນ​ກຊາວ​ກີ​ງ ​ແລະ ຫລື ຊາວ​ຂະ​ແມ, ລ້ວນ​ແຕ່​ເອື້ອ​ອຳນວຍ​ຄວາມ​ສະດວກ ​ແລະ ​ແຈກ​ຢ່າ​ຍຂອງ​ຂວັນ​ໃຫ້​ແກ່​ປະຊາຊົນ.”

ຕອບກັບ

ຂ່າວ/ບົດ​ອື່ນ