ການ​ເຄື່ອນ​ໄຫວສົ່ງ​ນ້ຳ​ມັນ​ອາຍ​ແກັດ​ຂອງ ລັດ​ເຊຍ ໄປ​ຍັງ ເອີ​ຣົບ ເປັນ​ປົກ​ກະ​ຕິ

(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 29 ເມສາ, ເບິ່ງລວມແລ້ວ 3 ລະບົບທໍ່ສົ່ງນ້ຳມັນອາຍແກັດຕົ້ນຕໍຂອງ ລັດເຊຍ ໄປຍັງ ເອີຣົບ ແມ່ນເປັນປົກກະຕິ.
ການ​ເຄື່ອນ​ໄຫວສົ່ງ​ນ້ຳ​ມັນ​ອາຍ​ແກັດ​ຂອງ ລັດ​ເຊຍ ໄປ​ຍັງ ເອີ​ຣົບ ເປັນ​ປົກ​ກະ​ຕິ - ảnh 1(ພາບ: PAP/TTXVN)

        ຕາມສຳນັກຂ່າວສານ Reuters ແລ້ວ, ໄລ່ຮອດຕອນເຊົ້າວັນທີ 29 ເມສາ, ເບິ່ງລວມແລ້ວ 3 ລະບົບທໍ່ສົ່ງນ້ຳມັນອາຍແກັດຕົ້ນຕໍຂອງ ລັດເຊຍ ໄປຍັງ ເອີຣົບ ແມ່ນເປັນປົກກະຕິ.

        ລັດເຊຍ ໄດ້ຢຸດຕິການສະໜອງນ້ຳມັນອາຍແກັດ ໃຫ້ໂປໂລຍ ແລະ ບຸນກາຣີ ໃນອາທິດນີ້, ຍ້ອນວ່າ ສອງປະເທດນີ້ໄດ້ປະຕິເສດການຊຳລະເປັນເງິນ ຣຸບ, ເຖິງວ່າ ໂປໂລຍ ຍັງຮັບເອົານ້ຳມັນອາຍແກັດຂອງລັດເຊຍ ຈາກ ເຢຍລະມັນ ຜ່ານລະບົບທໍ່ສົ່ງຈາກ Yamal - ເອີຣົບ.


ຕອບກັບ

ຂ່າວ/ບົດ​ອື່ນ