ການເຄື່ອນໄຫວສະເຫຼີມ ສະຫຼອງ 88 ປີແຫ່ງວັນ ສື່ມວນຊົນປະຕິວັດ ຫວຽດນາມ

ການເຄື່ອນໄຫວສະເຫຼີມ ສະຫຼອງ 88 ປີແຫ່ງວັນ ສື່ມວນຊົນປະຕິວັດ ຫວຽດນາມ  - ảnh 1

(ພາບປະກອບ:mic.gov.vn)

(vovworld)- ວັນ​ທີ 21/6 ​ຊື່​ງແມ່ນ​ວັນສະເຫຼີມສະຫຼອງ 88 ປີແຫ່ງວັນສື່ມວນຊົນ ປະຕິວັດ ຫວຽດນາມ (21/6/1925-21/6/2013), ​ໃນ​ໂອກາດ​ນີ້, ທ່ານ​ຫວູ໋ວັນ​ຮ່ຽນ, ອະດີດ​ຜູ້ອຳນວຍການ​ໃຫ່ຍວິທະຍຸ​ກະຈາຍສຽງ​ຫວຽ​ດນາມ ມີ​ບົດ​ຂຽນ​ເນັ້ນໜັກ​ເຖິງ​ບົດບາດ​ຂອງ​ສື່​ມວນ​ຊົນ​ທີ່​ມີ​ຕໍ່​ການ​ປະຕິວັດ​ຫວຽດນາມ. ​ໃນ​ບົດ​ຂຽນ​ຂອງ​ຕົນ, ທ່ານ​ຫວູ໋ວັນ​ຮ່ຽນ ຊີ້​ແຈ້ງວ່າ: ພັກ​ກອມ​ມູນິດຫວຽດນາມ ຖື​ວ່າ, ​ນັກ​ຂ່າວ​ແມ່ນ​ນັກຮົບ​ໃນສະໜາມ ​ແນວ​ຄິດ​ວັດທະນະທຳ, ສື່​ມວນ​ຊົນ​ແມ່ນ​ເຄື່ອງ​ມືຕົ້ນຕໍ​ຂອງ​ພັກ ​ໄດ້​​ໃຫ້​ຂ່າວ​ຢ່າງ​ວ່ອງ​ໄວ, ທັນ​ການ, ປະກອບສ່ວນ​ສຳຄັນ​​ເຂົ້າໃນ​ການຈັດຕັ້ງ, ​ໂຄສະນາ, ປຸກລະດົມ​ຂະ​ບວນການ​ປະຕິວັດ​ຂອງ​ປະຊາຊົນ.

   ສະຫຼີມສະຫຼອງ 88 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ, ຢູ່​ທ້ອງ​ຖິ່ນ​ຕ່າງໆ​​​ໃນທົ່ວ​ປະ​ເທດໄດ້​ຈັດ​ໃຫ້​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຟົດ​ຟື້ນ​ມ່ວນ​ຊື່ນ​ເຊີດ​ຊູ​ນັກ​ຂ່າວ​ໄດ້​ຖືກ​ຈັດ​ຂຶ້ນ​​​ຄື: ພິທີ​ມອບ​ລາງວັນ​ສື່​ມວນ​ຊົນ​ແຫ່ງ​ຊາດ​ຄັ້ງທີ 7 ປີ 2012 ຢູ່​ນະຄອນຫລວງ​ຮ່າ​ໂນ້ຍ ​ໃນ​ຕອນ​ຄ່ຳ​ວັນ​ທີ 21/6. ງານ​ປະ​ກວດ​ຂຽໜບົດ​ໜັບສື​ພິມ​ແຫ່ງ​ຊາດ​ຄັ້ງທີ 7 ປີ 2012 ມີ​ຈຳນວນ​ບົດ​ເຂົ້າຮ່ວມ​ຫລາຍ​ກ່ວາ​ໝູ່​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນດ້ວຍ 1540 ບົດ. ທ່ານ​ຮ່າ​ມິ​ງ​ເຮ້ວ ຮອງ​ປະທານຜູ້​ປະຈຳສະພາ​ມອບ​ລາງວັນ​ສື່​ມວນ​ຊົນ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ:

   “ຕາມ​ຂ້າພະ​ເຈົ້າ​ແລ້ວ, ບັນດາ​ບົດ​ເຂົ້າຮ່ວມ​ງານ​ປະ​ກວດ​ໄດ້​ຂຸດ​ຄົ້ນບັນດາ​ຫົວ​ເລື່ອງ​​ໄດ້ເປັນ​ຢ່າງ​ດີ, ນັກ​ຂ່າວ​ກໍ່​ຮູ້​ວິທີ​ຍົກ​ອອກ​ບັນດາ​ບັນຫາ​ທີ່​ຫາ​ງສຽງ​ມີ​ຄວາມສົນ​ໃຈ​ໃນປະຈຸ​ບັນ. ງານ​ປະ​ກວດ​ປີ​ນີ້ມີຫລາຍ​ບົດ​ຂຽນ​ຕາມ​ທິດ​ດັ່ງກ່າວ. ​ໃນ​ດ້ານ​ການ​ເມືອງ​, ບັນດາ​ບົດ​ຂຽນ​ໄດ້​ໂຄສະນາ, ປຸກລະ​ດົມ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ, ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4, ​ໃນ​ດ້ານ​ເສດຖະກິດ​ແມ່ນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ ຫລື​ບັນດາ​ບັນຫາ​ດ້ານ​ວັດທະນະທຳ​ສັງຄົມ”.

ຂ່າວ/ບົດ​ອື່ນ