ການເຄື່ອນໄຫວສະເຫຼີມ ສະຫຼອງ 96 ປີ ແຫ່ງການປະຕິວັດ ເດືອນຕຸລາລັດເຊຍ

ການເຄື່ອນໄຫວສະເຫຼີມ ສະຫຼອງ 96 ປີ ແຫ່ງການປະຕິວັດ ເດືອນຕຸລາລັດເຊຍ - ảnh 1
ອະນຸສາວະລີ ທ່ານ V.I. Lenin - ການ​ນຳ​ຜູ້​ຍິ່ງ​ໃຫຍ່​ຂອງ​ການ​ປະຕິວັດ​ເດືອນ 10 ລັດ​ເຊຍ
(ພາບປະກອບ)


(vovworld) - ​ເຂົ້າຮ່ວມພິທີ​ສະ​ເຫຼີ​ມສະຫຼອງ 96 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ, ​ໂດຍ​ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ​ ​ແລ​ພ ສະມາຄົມ​ມິດຕະພາບ ຫວຽດນາມ - ລັດ​ເຊຍ ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງໃນ​ຕອນ​ເຊົ້າ​ວັນ​ທີ 7/10, ຢູ່​ນະຄອນ ​ໂຮ່ຈີ​ມິນ, ບັນດາຜູ້​​ແທນ​ໄດ້​ທົບ​ທວນຄືນ​ເຫດການ​ປະຫວັດ​ສາດ​ທີ່​ດັງກ້ອງ​ກັນ​ວານ​ໄປ​ທົ່ວ​ໂລກຂອງການ​ປະຕິວັດ​ເດືອນ​ຕຸລາ ລັດເຊຍ ​ທີ່​ຍິ່ງ​ໃຫຍ່. ​ເຖິງ​ວ່າ​ເກືອບ 1 ສະຕະວັດ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວກໍ່ຕາມ​ແຕ່​ຊື່ສຽງ​​ຂອງ​ການ​ປະຕິວັດ​ນີ້​ຍັງ​ຄົງ​ຮັກສາໄວ້​ໃນ​ຫົວ​ໃຈ​ຂອງ​ແຕ່ລະຄົນ. ພິ​ເສດສຳລັບ​ຫວຽດນາມ, ການ​ປະຕິວັດ​​ເດືອນ ຕຸລາ​ ລັດ​ເຊຍ ຍັງ​ມີ​ຄວາມ​ໝາຍ​ພິ​ເສດ, ສົ່ງ​ຜົນ​ສະທ້ອນ​ອັນ​ໃຫຍ່​ຫຼວງ​ເຖິງ​ພາລະກິດ​ປະຕິວັດ​ຂອງ ຫວຽດນາມ. ນີ້​ກໍ່​ແມ່ນ​ພື້ນຖານ​ຂອງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ລຳຄ່າ​ລະຫວ່າງ 2 ຊາດ ຫວຽດນາມ - ລັດ​ເຊຍ, ທີ່ພວມ​ໄດ້​ຮັບ​ການ​ພັດທະນາ ​ແລະ ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ.

    ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Anatoly Vassilievic Borovik, ຫົວໜ້າ​ກົງ​ສູນ​ໃຫຍ່​ສະຫະພັນ ລັດ​ເຊຍ ປະຈຳນະຄອນ ​ໂຮ່ຈີ​ມິນ, ຊີ້​ແຈ້ງວ່າ:

    “​ເຖິງ​ວ່າ​ມີ​ການ​ຫັນ​ປ່ຽນ​ພໍ​ສົ​ມຄວນໃນ 2 ທົດສະວັດຜ່ານມາແລ້ວກໍ່ຕາມ, ​ແຕ່​ພວກ​ເຮົາ​ຍັງ​ຄົງ​ຮັກສາ ​ແລະ ປັບປຸງ​ການພົພັນ​ທີ່​ເປັນ​ມູນ​ເຊື້ອ​, ນ້ຳໃຈ​ມິດຕະພາບ​ຖານອ້າຍ​ນ້ອງ, ຄວາ​ມ​ເຂົ້າ​ອົກ​ເຂົ້າ​ໃຈ​ ກໍ່ຄືຄວາມ​ໄວ້​ເນື້ອ​ເຊື່​ອ​ໃຈ​ເຊິ່ງກັນ ​ແລະ ກັນ ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ​ຫວຽດນາມ ຈະ​ມາ​ເຖິງ​ຂອງ​ທ່ານ​ປະທານ​າທິບໍດີ Putin ​ຈະເປັນກຳລັງໜູນຊຸກຍູ້​​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ.”

    ແລະກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ຫງວຽນ​ກົງ​ຊ໋ວາຍ ນຳ​ໜ້າ​ຄະນະ​ຜູ້​ແທນ​ຄະນະ​ພັກ​ນະຄອນ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະ​ຄອນ ​ຮ່າ​ໂນ້ຍ ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ອະນຸສາວະລີ ທ່ານ V.I. Lenin - ການ​ນຳ​ຜູ້​ຍິ່ງ​ໃຫຍ່​ຂອງ​ການ​ປະຕິວັດ​ເດືອນ ຕຸລາ ລັດ​ເຊຍ.

ຂ່າວ/ບົດ​ອື່ນ