ການເຄື່ອນໄຫວສະເຫຼີມ ສະຫຼອງ97ປີແຫ່ງວັນ ການປະຕິວັດເດືອນ ຕຸລາລັດເຊຍ


ການເຄື່ອນໄຫວສະເຫຼີມ ສະຫຼອງ97ປີແຫ່ງວັນ ການປະຕິວັດເດືອນ ຕຸລາລັດເຊຍ - ảnh 1

(ພາບ: http://vtv.vn )

 (vovworld)- ​ ວັນ​ທີ 7/11, ຢູ່​ສະຫະພັນ​ລັດ​ເຊຍ, ​ໄດ້​ຈັດ​ໃຫ້​ມີ​ບັນດາ​ການ​ເຄື​່ອນ​ໄຫວ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ​ເພື່ອສະ​ເຫຼີ​ມສະຫຼອງ 97 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ຕຸລາ​ລັດ​ເຊຍ (7/11/1917-7/11/2014). ຕອນ​ບ່າຍ​ຂອງ​ວັນ​ທີ 7/11, ຕາມ​ເວລາ​ທ້ອງ​ຖິ່ນ ​ໄດ້​ຈັດການ​​ແຫ່​ຂະ​ບວນ​ລຽບ​ຕາມ​ເສັ້ນທາງພາ​ໄປ​ເຖິງ​ໃຈກາງ​ນະຄອນຫຼວງ​ມົດ​ສະກູ ​ແລະ ຈັດ​ງານ​ໂຮມ​ຊຸມນຸມ​ມິດ​ຕິງ​ຂະໜາດ​ໃຫ່ຍຢູ່​ອະນຸສາວະລີ Karl Marx ​ມໍ່​ກັບ​ຈັດ​ຕຸ​ລັດ​ແດງ​ທີ່​ນະຄອນຫຼວງ​ມົດ​ສະ​ກູ.

  ​ເນື່ອງ​ໃນ​ໂອກາດ​ນີ້, ຕອນ​ເຊົ້າວັນ​ທີ 7/11, ຢູ່​ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ໄປ​ວາງ​ພວມ​ມາລາ​ຢູ່​ອະນຸສາວະລີ​ເລ​ນິນ ​ເພື່ອ​ສະ​ແ​ດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນຄຸນ​ອັນ​ເລິກ​ເຊິ່ງຕໍ່​ການ​ນຳ​ຜູ້ຍິງ​ໃຫ່ຍ, ນັກ​ການ​ເມືອງ​ທີ່​ປີ​ຊາ​ສາມາດ, ອາຈາ​ນຂອງ​ຊົນ​ຊັ້ນກຳມະກອນ, ປະຊາຊົນ​ຜູ້​ອອກ​ແຮງ​ງານ​ທົ່ວ​ໂລກ ​ແລະ ການ​ປະຕິວັດ​ເດືອນ​ຕຸລາ​ລັດ​ເຊຍ.

  ​ແລະ​ ກໍ່​ໃນ​ວັນ​ດຽວ​ກັນ, ​ໃນ​ໜ້າ​ທຳ​ອິດ​ຂອງ​ບັນດາ​ໜັງສືພິມ​ໃຫ່ຍຂອງ​ຫວຽດນາມ ​ໄດ້​ລົງ​ພິມ​ຮູບ​, ບົດ​ຂຽນສະ​ເຫຼີ​ມສະຫຼອງ​ເຫດການ​ປະຫວັດສາດ​ທີ່​ຍິ່ງ​ໃຫ່ຍນີ້. ໜັງສືພິມ​ປະຊາຊົນ ​ແລະ ກອງທັບ​ປະຊາຊົນ ​ໄດ້​ລົງ​ພິມ​ຮູບ​​ທ່ານ​ເລ​ນິນ ອ່ານ​ສູນ​ທອນ​ພົດ​ຢູ່ຈັດ​ຕຸ​ລັດ​ແດງ​ທີ່​ນະຄອນຫຼວງ​ມົດ​ສະ​ກູ. ໜັງສື​ພິມກອງທັບ​ປະຊາຊົນ ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້ “ບົດຮຽນ​ປະດິດ​ສ້າງ​ຈາກ​ການ​ປະຕິວັດ​ເດືອນ​ຕຸລາ​ລັດ​ເຊຍ“.

   ​​ໃນ​ໂອກາດ​ນີ້, ເມື່ອ​ແລກປ່ຽນ​ກັບ​ນັກ​ຂ່າວ​ວິທະຍຸ​ກະຈາຍ​ສຽງ​ຫວຽ​ດນາມ, ທ່ານ​ຫວຸ້ຊວນ​ຮົ່ງ, ປະທານ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “ອາດ​ເວົ້າ​ໄດ້​ວ່າ, ຖ້າ​ຫາກບໍ່​ມີ​ການ​ປະຕິວັດ​ເດືອນ​ຕຸລາ​ລັດ​ເຊຍ ນັ້ນ, ຈະ​ບໍ່​ມີ​ປະ​ເທດ​ຫວຽດນາມ ຄື​ທຸກ​ວັນ​ນີ້. ປະຊາຊົນ​ຫວຽດນາມ ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ປະຊາຊົນ​ລັດ​ເຊຍ, ມີ​ຄວາມ​ເອກອ​້າງທະ​ນົງ​ໃຈ​ກ່ຽວ​ກັບສາຍ​ພົວພັນລະຫວ່າງສອງ​ປະ​ເທດ. ສຳລັບ​ພວກ​ຂ້າພະ​ເຈົ້າຜູ້​ທີ່​ເຄີຍ​ຮຽນ​ຢູ່​ລັດ​ເຊຍ​ ແລ້ວ, ຍັງ​ມີ​ຄວາມ​ຮູ້​ບຸນຄຸນ​ຕໍ່​ອາຈານ​ຜູ້​ທີ່​ໄດ້​ສອນ​ທັງ​ຄວາມ​ຮູ້ດ້ານ​ການ​ເມືອງ ​ແລະ ທັງ​ນ້ຳ​ໃຈ​ການ​ເຄື​ອ່ນ​ໄຫວ​ປະຕິວັດ​ເພື່ອ​ຮັບ​ໃຊ້​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ​ ອີກ​ດ້ວຍ“./.

ຂ່າວ/ບົດ​ອື່ນ