ການເຄື່ອນໄຫວສະເຫຼີມ ສະຫຼອງວັນຄູຫວຽດນາມ 20/11

ການເຄື່ອນໄຫວສະເຫຼີມ ສະຫຼອງວັນຄູຫວຽດນາມ 20/11 - ảnh 1
ຄູອາຈານສວມບົດບາດສຳຄັນທີ່ມີຕໍ່ການພັດທະນາຂອງນັກຮຽນ
(ພາບປະກອບ)


(vovworld) – ວັນ​ທີ 20/11, ຄູ​ອາຈານ​ນັບ​ລ້ານ​ຄົນ​ຈາກ​ບັນດາ​ໂຮງ​ຮຽນ​ປະຖົມ​ຕະຫຼອດ​ຮອດ​ວິທະຍາ​ໄລ, ມະຫາວິທະຍາ​ໄລ, ບັນດາ​ສູນ​ສຶກສາ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ຕັ້ງ​ພິທີສະ​ເຫຼີ​ມສະຫຼອງ 31 ປີ​ແຫ່ງ​ວັນ​ຄູ ຫວຽດນາມ 20/11. ພ້ອມ​ກັນ​ນັ້ນ, ບັນດາ​ຄະນະ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ກໍ່​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​​ເພື່ອເຊີດ​ຊູ​ບັນດາ​ຄູ​ອາຈານ​ທີ່​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ພື້ນຖານ​ສຶກສາ ຫວຽດນາມ. ຕອນ​ບ່າຍ​ວັນ​ທີ 19/11, ຢູ່ ຮ່າ​ໂນ້ຍ, ກະຊວງ​ຕຳຫຼວ​ດ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 31 ປີ​ແຫ່ງ​ວັນ​ຄູ ຫວຽດນາມ ​ແລະ ອວຍພອນ​ໃຫ້​ບັນດາ​ຄູ​ອາຈານ​ຕຳຫຼວດ ປຊຊ ​ໄດ້​ຮັບການ​ຮັບຮອງ​ວ່າບັນລຸ​ນາມຕຳ​ແໜ່​ງ ສາດສະດາຈານ, ຮອງ​ສາດສະດາຈານ​ປີ 2013. ກ່າ​ວຄຳ​ເຫັນ​ນະ​ພິທີ, ທ່ານ​ລັດຖະມົນຕີ ​ເຈີ​ນດ້າຍ​ກວາງ ​ໄດ້​ຮັບ​ຮູ້, ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ຂອງ​ຄູ​ອາຈານ​ຕຳຫຼວດ​ປະຊາຊົນ​ລຸ້ນຕ່າງ​ໆ​:

    “ຄະນະ​ພັກ​ຕຳຫຼວດ​ສູນ​ກາງ ​ແລະ ກະຊວງ​ຕຳຫຼວດ​ຫວັງ​ວ່າ​ຖັນ​ແຖວ​ຄູ​ອາຈານ​ໃນ​ກຳລັງ​ຕຳຫຼວດ​ປະຊາຊົນ ​ແລະ ບັນດາ​ສະຫາຍ​ຫາ​ກໍ່​ໄດ້​ຮັບ​ການ​ຮັບຮອງ​ບັນລຸ​ນາມ​ຕຳ​ແໜ່​ງສາດສະດາຈານ, ຮອງ​ສາດສະດາຈານ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ຂອງ​ຕຳຫຼວດ​ປະຊາຊົນ ຫວຽດນາມ ວິລະ​ຊົນ, ປະຕິບັດ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່​ເປັນ​ຢ່າງ​ດີ: “ໜ້າ​ທີ່​ຂອງ​ບັນດາ​ຄູ​ອາຈານ ​ແມ່ນ​ໜັກ​ໜ່ວງ​ທີ່​ສຸດ, ​ແຕ່​​ເອກອ້າງ​ທະນົງ​ໃຈ​ທີ່ສຸດ””

    ​ແລະ​ກໍ່​ໃນ​ຕອນ​ຄຳ່​ວັນ​ດຽວ​ກັນ, ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ຍ້ອງຍໍ​ຊົມ​ເຊີຍ, ມອບ​ລາງວັນ​ໃຫ້ “ຄູ​ອາຈານ​ໜຸ່ມ​ດີ​ເດັ່ນ” 118 ຄົນ ປີ 2013 ​ແລະ ​ເຊີດ​ຊູ​ຄູ​ອາຈານ 10 ຄົນ​ໄດ້​ຮັບ​ນາມມະຍົດຄູ​ອາຈານ​ໜຸ່ມ​ດີ​ເດັ່ນ 3 ປີ​ຢ່າງ​ລຽນ​ຕິດ 10 ຄົນ.

ຕອນ​ເຊົ້າ​ວັນ​ທີ 20/11, ຢູ່​ແຂວງ ​ເກີນ​​ເທີ, ສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງ ​ເຂດ 4 ສະ​ເຫຼີ​ມສະຫຼອງ 31 ປີ​ແຫ່ງ​ວັນ​ຄູ​ຫວຽດນາມ (20/11/1982 – 20/11/2013). ບັນດາ​ຄູ​ອາຈານ​ໄດ້​ພ້ອມ​ກັນ​ທົບ​ທວນຄືນ​ມູນ​ເຊື້ອ​ສະຫງ່າ​ລາສີ ພ້ອມ​ກັບ​ບັນດາ​ຜົນງານ​ພົ້ນ​ເດັ່ນ​ຂອງສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງ ​ເຂດ 4. ບັນດາ​ຄູ​ອາຈານ​ຢັ້ງຢືນວ່າ ​ບັນ​ດາ​ໝາກຜົນ​​ເປັນ​ໜ້າ​ສົ່ງ​ເສີມ​ໃນ​ໄລຍະ​ຜ່ານ​ມາ​ແມ່ນ​ເລື່ອງ​ສະ​ຖາ​ບັນ​ໄດ້​ສ້າ​ງ ​ແລະ ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານສິດ​ສອນຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ຮັບໃຊ້ໃຫ້ວຽກງານບຳລຸງສ້າງຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ​ທາງສະຖາບັນກຳນົດເລື່ອງ​ຍົກ​ສູງ​ຄຸນ​ນະພາ​ບການ​ສິດສອນ​ໃຫ້​ແກ່​ບັນດາ​ຄູ​ອາຈານ​ປັດ​ໄຈ​ສຳຄັນ​ທີ່​ສຸດ, ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ບື່ນຕົວ​ຂຶ້ນຢ່າງບໍ່ຢຸດຢັ້ງ, ​ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະ​ເທດ​ຊາດ.

 

 

ຂ່າວ/ບົດ​ອື່ນ