ການເຄື່ອນໄຫວສະເຫຼີມສະຫຼອງ 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ

ການເຄື່ອນໄຫວສະເຫຼີມສະຫຼອງ 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ - ảnh 1
( ພາບປະກອບ )

( vovworld ) –  ​​ເນື່ອງ​ໃນໂອກາດສະ​ເຫຼີ​ມສະຫຼອງ 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ (19/5/1890-19/5/2012), ​ຕອນ​ຄ່ຳ​ວັນ​ທີ 17/5, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ພິທີ​ມອບ​ລາງວັນ​​ໃຫ້ການ​ເສັງ​ຂຽນບົດ​ກ່ຽວ​ກັບການຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງຄຸນສົມບັດ​ປະທານ​ໂຮ່ຈິ​ມິນ. ​ໃນ​ຈຳນວນ 700 ບົດ​ເຂົ້າຮ່ວມການ​ເສັງ, ຄະນະ​ຈັດຕັ້ງ​ໄດ້​ຄັດ​ເລືອກ 19 ບົດ​ເພື່ອ​ມອບ​ລາງວັນ, ​ໃນ​ນັ້ນມີ 1 ລາງວັນ​ທີ 1, 3 ລາງວັນ​ທີ 2; 5 ລາງວັນ​ທີ 3 ​ແລະ 10 ລາງວັນ​ຊົມ​ເຊີຍ. ນັກ​ຂ່າວ Uong Thai Bieu ຜູ້​ໄດ້​ຮັບ​ລາງວັນ​ທີ 2 ດ້ວຍ​ບົດ “ນັກວິທະຍາສາດ​ສຸດ​ຈິດ​ສຸດ​ໃຈ​ເພື່ອ​ປະຊາຊົນ“ ​ໃຫ້​ຮູ້​ວ່າ:

ຜ່ານການ​ເສັງ​ນີ້​ໄດ້​ຄົ້ນພົບ​ບັນດາ​ບຸກຄົນທີ່​ດີ, ມີ​ຜົນສະທ້ອນ​ຕໍ່​ສັງຄົມ ​ແລະ ​​ໄດ້ຮັບ​ການເຊີດ​ຊູ​ຜ່ານບົດ​ໜັງສືພິມຕ່າງໆ. ຂ້າພະ​ເຈົ້າຄິດ​ວ່າ ຄວາມ​ໝາຍຂອງ​ການ​ເສັງຈະ​ແມ່ນ​ຜົນ​ສະທ້ອນ​ຂອງ​ມັນ ຫາກ​ບໍ່​ພຽງ​ແຕ່​ແມ່ນ​ບັນດາ​​ບຸກຄົນ​ໄດ້​ຮັບ​ການ​ເຊີດ​ຊູ​ເທົ່າ​ນັ້ນ

  
ການເຄື່ອນໄຫວສະເຫຼີມສະຫຼອງ 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ - ảnh 2
(ພາບ:congannghean.com.vn)

   ຢູ່​ແຂວງ Nghe An ບ້ານ​ເກີດ​ເມືອງ​ນອນ​ຂອງປະທານ​ໂຮ່ຈິ​ມິນ ​ໄດ້​ດຳ​ເນີນ​ງານ​ບຸນ​ບ້ານ Sen ​ແຕ່​ວັນ​ທີ 17-19/5. ງານ​ບຸນ​ມີ​ບັນດາ​ລາຍການສະ​ແດງ​ສິລະ​ປະ, ພິທີ​ແຫ່​ຮູບ​ພາບ​ລຸງ​ໂຮ່ຈາກ​ບ້ານ​ແມ່​ໄປ​ຍັງ​ບ້ານ​ພໍ່, ພິທີ​ແຈ້ງ​ຜົນງານ​ຂອງອຳນາດ​ການ​ປົກ​ຄອງ ​ແລະ ປະຊາຊົນ​ເມືອງ Nam Dan. ທ່ານ Cao Dang Vinh ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ແຂວງ ​Nghe An ໃຫ້​ຮູ້​ວ່າ: “​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ລຸງ​ໂຮ່, ພວກ​ຂ້າພະ​ເຈົ້າ​ໄດ້​ຈັດ​ພິທີ​ທະ​ຫວາຍ​ທູບ​ທຽນ, ວາງ​ພວງມາລາ, ​ແຈ້ງຜົນງານ​ຕໍ່​ລຸງ​ໂຮ່. ນອກ​ນັ້ນຈະ​ຈັດ​ບັນດາ​ການ​ເຄື​ອ່ນ​ໄຫວ​ກິລາ. ພິ​ເສດ, ມີ​ລາຍການ​ສະ​ແດງ​ສ​ຽງ​ເພງ​ບ້ານ Sen ຊື່​ງ​ແມ່ນ​ການ​ເຄື​ອ່ນ​ໄຫວ​ຈັດ​ຂຶ້ນ​​ເປັນປະຈຳ​​ໃນ​ກ່ວາ​ 30 ປີ ​ແລ້ວ ​ແລະ ມີ​ການສະ​ແດງ​ຂັບ​ລຳ​ພື້ນ​ເມືອງ​ແຂວງ ​Nghe An ຕື່ມ​ອີກ“.

ຕອນ​ເຊົ້າ​ວັນ​ທີ 18/5, ນະຄອນ ​ໂຮ່ຈີ​ມິນ​ ໄດ້​ຈັດ​ຕັ້ງ​ພິທີສະ​ເຫຼີ​ມສະຫຼອງ 122 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ ​ໂຮ່ຈີ​ມິນ ຢ່າງ​ສົມ​ກຽດ ​ແລະ​ ຍ້ອງຍໍ​ສັນລະ​ເສີນ​ບຸກຄົນ​ທີ່​ມີ​ຜົນງານດີ​ເດັ່ນ​ໃນ​ບັ້ນ​ຂົນຂວາຍ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ. ກ່າວ​ປາ​ໄສ​ນະ​ພິທີ, ທ່ານ Nguyen Van Dua, ຮອງ​ເລຂາ​ປະຈຳອົງຄະນະ​ພັກນະຄອນ ​ໂຮ່ຈີ​ມິນ ​ເວົ້າ​ວ່າ.

        ”​ໂດຍຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ​ໃນ​ການ​ປະຕິບັດ​ມະຕິ​ທີ 4, ພະນັກງານ, ສະມາຊິກ​ພັກ​ນະຄອນ​ແຕ່ລະຄົນ​ໄດ້​ຕຳ​ໜິຕົນ​ເອງ, ​ແກ້​ໄຂ​ສິ່ງ​ທີ່​ຂາດ​ຕົກ​ບົກ​ຜ່ອງ​, ສິ່ງ​ຈຳກັດ​ໃນ​ຫົວໜ່ວຍ​ຂອງ​ຕົນ​ໂດຍ​ທັນທີ. ”

        ​ໃນ​ວັນ​ດຽວ​ກັນ, ຢູ່ ດ່າ​ນັ້ງ, ​ໄດ້​ໄຂ​ງານ​ວາງສະ​ແດງ ”ປະທານ​ໂຮ່ຈີ​ມິນ ​ກັບ​ບັນຫາ​ກໍ່ສ້າງ ​ແລະ ປັບປຸງ​ພັກ” ງານ​ວາງສະ​ແດງ​ໄດ້​​ສະ​ເໜີເອກະສານ, ຮູບ​ພາບ 140 ​ແຜ່ນ ທີ່​ແນະນຳ​ກ່ຽວ​ກັບ​ຄຸນ​ງານ​ຄວາມ​ດີ​ອັນ​ໃຫຍ່​ຫຼວງ​ຂອງ​ປະທານ​ໂຮ່ຈີ​ມິນ​​ໃນ​ການ​ກໍ່ສ້າງ ​ແລະ ຫຼໍ​່ຫຼອມພັກກອມ​ມູນິດ​ຫວຽດນາມ ​ໃຫ້​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຜ່ານ​ແຕ່ລະ​ໄລຍະ​ທາງ​ແຫ່ງການ​ປະຕິວັດ. ​ແຂວງ ບິ່ງ​ທ້ວນ ກໍ່​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ດ້ວຍ​ຫົວ​ຂໍ້​ວ່າ ”ປັນຍາ​ຊົນ ບິ່ງ​ທ້ວນ ປະຕິບັດ​ຕາມ​ຄຸນສົມບັດ ​ແລະ ​ແບບ​ແຜນ​ດຳລົງ​ຊີວິດ​ຂອງ​ປະທານ ​ໂຮ່ຈີ​ມິນ”.

        ​ເນື່ອງ​ໃນ​ໂອກາດ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ໄດ້​ຈັດການສະ​ແດງ​ສິລະ​ປະ​ປະຊາ​ຄົມ​ຊາວ​ຫວຽດນາມ​ ໃນ​ທົ່ວ​ປະ​ເທດ​ລາວ. ​ໃນ​ປາ​ໄສ​ໄຂ​ກອງ​ປະຊຸມ, ທ່ານ Ta Minh Chau, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ລາວ​ໄດ້​ຢືນຢັນ​ວ່າ ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ​ ຢູ່​ລາວ​ອ່ວາຍ​ເມືອຫາ​ປະ​ເທດ​ຊາດ, ສະ​ແດງ​ຄວາມ​ເຄົາລົບ​ນັບຖື, ​ແລະ​ ຄວາມ​ຮູ້​ບຸນ​ຄູນ​ອັນ​ໃຫຍ່​ຫຼວງ​ຕໍ່​ປະທານ​ໂຮ່ຈີ​ມິນ.


ຂ່າວ/ບົດ​ອື່ນ