ການເຄື່ອນໄຫວສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດກັບອີນເດຍ

ການເຄື່ອນໄຫວສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດກັບອີນເດຍ - ảnh 1
(ພາບປະກອບ)

(vovworld) -     ຕອນ​ຄໍ່າ​ວັນ​ທີ 04/01, ຢູ່​ນະຄອນ​ໂຮ່ຈິ​ມິນ, ສະມາຄົມ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ, ສະມາຄົມ​ມິດຕະພາບ​ຫວຽດນາມ - ອີນ​ເດຍ ​ແລະ ພະ​ແນ​ກວັດ​ທະນະ​ທຳ, ກິລາ ​ແລະ ທ່ອງ​ທ່ຽວນະຄ​ແນ ສົມທົບ​ກັບ​ກົງ​ສູນ​ໃຫຍ່​ອີນ​ເດຍ ປະຈຳ​ນະ​ຄອນ, ຈັດ​ຕັ້ງ​ງານ​ສະ​ແດງ​ຂອງ​ຄະນະ​ສີ​ລະ​ປະ​ຟ້​​ອນ Shwass. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່​ອນ​ໄຫວ​ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​​ຫວຽດນາມ - ອີນ​ເດຍ ​ແລະ ອັດ​ປີ​ມິດຕະພາບ 2012 ລະຫວ່າງ​ສອງ​ປະ​ເທດ. ຜ່ານ​ບັນດາ​ລາຍການ​ສະ​ແດງ​ບົດ​ເພງ, ວາດ​ຟ້ອນ​​ໂດຍ​ປະສານກັບສຽງ​ດົນຕີ​ທັນ​ສະ​ໄໝ, ປະຊາຊົນ​ນະຄອນ​ມີ​ໂອກາດ​ເຂົ້າ​ໃຈ​ບັນດາ​ຈຸດ​ວັດທະນະທຳ​ພິ​ເສດ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ ​ແລະ ຈິດ​ໃຈ​ຂອງ​ຊາວ​ອີນ​ເດຍ ຫຼາຍກວ່າ​ອີກ. ຜ່ານ​ນັ້ນປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ກວ່າ​ອີກ ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ເວົ້າ​ລວມ, ປະຊາຊົນ​ນະຄອນ​​ໂຮ່ຈິ​ມິນ ​ແລະ ປະຊາຊົນ​ອີນ​ເດຍ​ ເວົ້າ​ສະ​ເພາະ. ນະ​ທີ່​ນີ້, ທ່ານ K. Chiranjeevi, ລັດຖະມົນຕີ​ທ່ອງ​ທ່ຽວ​ອີນ​ເດຍ​ໃຫ້​ຮູ້​ວ່າ.

        “​ໃນ 12 ​ເດືອນ​ຜ່ານ​ມາ, ມີ​ຫຼາຍ​ເຫດການ​ສຳຄັນ​ເຊີດ​ຊູ​ຄວາມ​ສາມັກຄີ​ລະຫວ່າງ​ອີ​ນ​ເດຍ ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ເວົ້າ​ລວມ ​ແລະ ຫວຽດນາມ ​ເວົ້າ​ສະ​ເພາະ ​ເຊິ່ງ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງສຳ​ເລັດ​ຜົນ. ດ້ວຍ​ນະ​ໂຍບາຍມຸ່ງ​ໄປ​ສູ້​ທິດຕາ​ເວັນ​ອອກຂອງ​ລັດຖະບານ​ອີນ​ເດຍ, ພວກ​ຂ້າ​ພະ​ເຂົ້າ​ມາ​ນະພະ​ຍາ​ຍາມ​ຈົດ​ສຸດ​ຄວາມ​ສາມາດ​ເພື່ອ​ເພີ່ມ​ທະວີ​ລັກສະນະ​ຕົວ​ຈິງ​ເຂົ້າ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຄື​ປ້ອງ​ກັນຊາ​ດ, ​ເສດຖະກິດ, ວິທະຍາສາດການ​ສຶກສາ ​ແລະ ວັດທະນະທຳ. ການ​ລົງທຶນ​ຂອງ​ອີນ​ເດຍ ​ເຂົ້າ​ຫວຽດນາມ ລື່ນ​ກາຍຕົວ​ເລກ 800 ລ້ານ USD, ຈຳນວນ​​ແຂກທ່ອງ​ທ່ຽວ​ລະຫວ່າງ​ຫວຽດນາມ - ອີ​ນເດຍ ກໍ່​ເພີ່ມ​ຂຶ້ນ​ປະມານ 15 – 20%. ຂ້າພະ​ເຈົ້າ​ຫວັງ​ວ່າ, ດ້ວຍ​ຈຳນວນ​ນັກ​ທ່​​ອງທ່ຽວ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ສາຍ​ການບິນ​ໂດຍ​ກົງ​ລະຫວ່າງ​ອີນ​ເດຍ - ຫວຽດນາມ ຈະ​ມີ​ຄວາມ​ສາມາດ​ເປັນ​ໄປ​ໄດ້ ​ແລະ ​ຈະນຳ​ເຂົ້າ​ຂຸດ​ຄົ້ນ​ໂດຍ​ໄວ”.

ຂ່າວ/ບົດ​ອື່ນ