ການເຄື່ອນໄຫວສະເຫຼີມສະຫຼອງ ວັນຊາດຫວຽດນາມ ຄົບຮອບ 74 ປີ ຢູ່ ອາເມລິກາ ແລະ ອີຢິບ

(VOVWORLD) -ວັນທີ 11 ກັນຍາ, ສະຖານທູດຫວຽດນາມ ປະຈໍາ ອາເມລິກາ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 74 ປີ. 
ການເຄື່ອນໄຫວສະເຫຼີມສະຫຼອງ ວັນຊາດຫວຽດນາມ ຄົບຮອບ 74 ປີ ຢູ່ ອາເມລິກາ ແລະ ອີຢິບ - ảnh 1ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ຖ່າຍຮູບເປັນທີ່ລະນຶກກັບຜູ້ແທນ ອາເມລິກາ ທີ່ພິທີສະເຫຼີມສະຫຼອງ

ກ່າວຄໍາເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ຮ່າກິມງອັກ ໄດ້ຕີລາຄາວ່າ ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ໄດ້ມີບັນດາບາດກ້າວພັດທະນາທີ່ຂະຫຍັນຂັນເຄື່ອນ ແລະ ເຂັ້ມແຂງໃນທັງ 9 ເສົາຄໍ້າຂອງການຮ່ວມມື, ບົນພື້ນຖານຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ກໍສະແດງຄວາມຂອບອົກຂອບໃຈມາຍັງການນໍາຂັ້ນຕ່າງໆຂອງ ອາເມລິກາ, ບັນດາປະເທດ ອາຊຽນ ແລະ ປະຊາຄົມສາກົນ ທີ່ຍາມໃດກໍສະໜັບສະໜູນ ຫວຽດນາມ ໃນການພັດທະນາປະເທດຊາດ ແລະ ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຕົນ. ພ້ອມກັນນັ້ນ ທ່ານກໍຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ອາເມລິກາ ທີ່ໄດ້ຊຸກຍູ້ສາຍພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ, ພ້ອມທັງປະກອບສ່ວນເຂ້ົາໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

        ຕອນຄໍ່າວັນທີ 12 ກັນຍາ, ສະຖານທູດຫວຽດນາມ ປະຈໍາ ອີຢິບ ກໍຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 74 ປີ ເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ