ການເຄື່ອນໄຫວສະເຫຼີມສະຫຼອງ68ປີແຫ່ງວັນທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢ່າງທ້ອງຖິ່ນຕ່າງໆ

ການເຄື່ອນໄຫວສະເຫຼີມສະຫຼອງ68ປີແຫ່ງວັນທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢ່າງທ້ອງຖິ່ນຕ່າງໆ - ảnh 1
(ພາບປະກອບ: TTXVN)

​​(vovworld) - ວັນ​ທີ 21/07, ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງ​​ແຮງ​ງານ, ທະຫານ​ເສຍອົງ​ຄະ ​ແລະ ສັງຄົມ ຟ້າ​ມທິຫາຍ​ຈວ່ຽນ ​​ແລະ ທ່ານ​ນາງ​ຫົວ​ໜ້າ​​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະ​ພາແຫ່ງ​ຊາດ ​ເຈືອງ​ທິມາຍ ​ໄດ້​ລົງ​ຢ້ຽມຢາມ, ມອບ​ຂອງຂວັນ​ຢູ່​ສູນປິ່ວປົວ​ພະຍາດ, ບຳລຸງ​ສຸຂະພາບ​ໃຫ້​ທະຫານ​ເສຍ​ອົງຄະ ຍໍ​ກວານ, ນິງບິ່ງ. ຢື້​ຢາມ​ຖາມ​ຂ່າວ​ບັນດາ​ທະຫານ​ເສຍ​ອົງຄະ, ທະ​ຫານ​ເຈັບ​ປ່ວຍ ຢູ່​ສູນ​ດັ່ງ​ກ່າວ, ທ່ານ​ນາງ ຟ້າ​ມທິຫາຍ​ຈວ່ຽນ ຢືນຢັນ​ວ່າ, ຍາມ​ໃດ​ພັກ ​ແລະ ລັດ​ກໍເອົາ​​ໃຈ​ໃສ່ ​ແລະ ມິ​ບັນດາ​ນະ​ໂຍບາຍ​ໃຫ້​ບຸລິມະ​ສິດ​ສຳລັບ​ບັນດາ​ທະ​ຫານ​​ເສຍ​ອົງຄະ, ທະຫານ​ເຈັບປ່ວຍ, ຄອບ​ຄົວນະ​ໂຍບາຍ ​ແລະ ຜູ້​ມີ​ຄຸນ​ງາມຄວາມ​ດີ​ກໍ່​ການ​ປະຕິວັດ.

        ​ໂດຍ​ປະ​ຕິ​ບັດ​ນະ​ໂຍບາຍ​​ເບິ່ງ​ແຍງ​ດູ​ແລ​ບັນດາ​ເປົ້າ​ໝາຍ​ຜູ້​ມີ​ຄຸນງາມຄວາມດີ, ສະ​ແດງ​ໃຫ້​​ເຫັນ​ຫຼັກ​ສິນ​ທຳ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ”, ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ​​້ຍ ​ໄດ້​ມອບ​ຂອງຂວັນ​ໃຫ້ 127.000 ກວ່າເປົ້າ​ໝາຍທີ່​ໄດ້​ຊົມ​ໃຊ້ນະ​ໂຍບາຍສຳລັບ​ທະຫານ​​ເສຍ​ອົງຄະ, ​ນັກຮົບ​ທີ່ເສຍສະ​ຫຼະຊີວິດ​ເພື່ອ​ຊາດ.

ຂ່າວ/ບົດ​ອື່ນ