ການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ

ການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ - ảnh 1
ການ​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ
​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ
(ພາບ: qdnd.vn)

​(vovworld) - ໃນ​ຊຸມ​ມື້​ນີ້, ບັນດາ ການ​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ (22/12/1944-22/12/2014)  ​​ແລະ 25 ປີ ​ແຫ່ງ​ວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ປະ​ເທດ (22/12/1989-22/12/2014) ​ໄດ້​ດຳ​ເນີນ​ໄປ​ຢູ່​ຫຼາຍ​ທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ.

ວັນ​ທີ 20/12, ກອງ​ບັນຊາ​ການ​ທະຫານ​ເຂດ 5 ​ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ ​ເພື່ອ​ທົບ​ທວນຄືນ​ມູນ​ເຊື້ອ​ອັນ​ສະຫງ່າ​ລາ​ສີ​ຂອງ ກອງທັບ​ປະຊາຊົນ​ຫວຽດນາມ​ໃນ​ໄລຍະ 70 ປີຜ່ານ​ມາ. ກຳມະການ​ການ​ເມືອງ​ກອງ​ບັນຊາ​ການ​ທະຫານ​ເຂດ 5, ພົນ​ຕີ ​ເຈິ່ນກວາງ​ເຟືອງ ຊີ້​ແຈ້ງວ່າ, ​ໄລຍະ​ຈະ​ມາ​ເຖິງ​ກຳລັງ​ປະກອບ​ອາວຸດ​ທະຫານ​ເຂດ 5 ຈະ​ຕັ້ງໜ້າ​ກໍ່ສ້າງ​ພື້ນຖານ​ການ​ເມືອງ, ​ເພີ່ມ​ທະວີ “ທ່າ​ຮົບ​ປະຊາຊົນ“, ​ເປັນ​ເຈົ້າ​ການ​ຊ່ວຍ​ເຫຼືອ​ປະຊາຊົນ​ພັດທະນາ​ເສດຖະກິດ​ສັງຄົມ; ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ຂະ​ບວນການ “ຕອບ​ບຸນ​ແທນ​ຄຸນ“, “ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ“, ກອງທັບ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະຊາຊົນ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໃນ​ວັນ​ດຽວ​ກັນ, ງານ​ໂຮມ​ຊຸມນຸມ​ກໍ່​ໄດ້​ດຳ​ເນີນ​ຢູ່​ນະຄອນ ​ເກິ່ນ​ເທີ, ​ແຂວງ​ກວາງ​ຫງາຍ, ​ແລະ ບັນດາ​ແຂວງ, ນະຄອນ​ອື່ນໆ​ໃນ​ທົ່ວ​ປະ​ເທດ.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 19/12, ຢູ່​ບັນດາ​​ແຂວງ ລາຍ​ເຈົາ, ອຽນ​ບ໋າ​ຍ, ນາມ​ດິ້ງ, ດົ່ງ​ນາຍ, ຟູ໋ອຽນ, ບິ່ງ​ດິ້ງ, ​ເຫົ້າຢາງ ກໍ່​ຈັດ​ງານ​ພົບ​ປະ​ສັງ​ສັນ​ທີ່​ເປັນ​ມູນ​ເຊື້ອ, ງານ​ໂຮມ​ຊຸມນຸມ​ເພື່ອ​ທົບ​ທວນຄືນ​ໄລຍະ 70 ປີ ​ແຫ່ງ​ການ​ຕໍ່ສູ້, ກໍ່ສ້າງ ​ແລະ ​ເຕີບ​ໃຫຍ່​ຂອງ ກອງທັບ​ປະຊາຊົນ​ຫວຽດນາມ, ກໍ່​ຄື​ຈັດການ​ເຄື່ອນ​ໄຫວ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະທານ​ໂຮ່ຈີ​ມິນ​ຢູ່​ທ້ອງ​ຖີ່​ນ.

ວັນ​ທີ 19/12, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ຫງວຽນ​ເທ໋ຖາວ ກໍ່​ໄດ້​ລົງ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ບັນດາ​ຜູ້​ທີ່​ມີ​ຄຸນງາມຄວາມດີ ​ແລະ ຍາດຕິ​ພີ່ນ້ອງ​ທະຫານ​ທີ່​ດີ​ເດັ່ນ ​ເຊິ່ງ​ໄດ້​ມີ​ການ​ປະກອບສ່ວນ​ເພື່ອ​ພາລະກິດ​ຕໍ່ສູ້, ປົດ​ປ່ອຍປະ​ເທດ​ຊາດ, ປະຈຸ​ບັນ​ພວມ​ດຳລົງ​ຊີວິດ​ຢູ່​ເມືອງ​ບາ​ດິ່ງ, ຮ່າ​ໂນ້ຍ.


ຂ່າວ/ບົດ​ອື່ນ