ການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງຂະແໜງການທູດຢູ່ຫລາຍປະເທດ

ການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງຂະແໜງການທູດຢູ່ຫລາຍປະເທດ - ảnh 1
ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງ70ປີແຫ່ງວັນຂະແໜງການທູດ
ຫວຽດນາມ ຢູ່ ລາວ (ພາບ: PhamKien/TTXVN)

(vovworld) – ​ ​​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ການ​ທູດ ຫວຽດນາມ (28/8/1945 – 28/8/2015), ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳຢູ່​ຫຼາຍ​ປະ​ເທດ​ໄດ້​ມີ​ບັນດາ​ການ​ເຄື່ອນ​ໄຫວຢ່າງ​ແທ້​ຈິງ ​ເພື່ອ​ທົບ​ທວນຄືນ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ ​ແລະ ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຂະ​ແໜງ​ໃນ​ພະລະ​ກິດ​ຕໍ່ສູ້, ປົກ​ປັກ​ຮັກສາ​ ​ແລະ ສ້າງສາ​ປະ​ເທດ ຫວຽດນາມ.

        ສະຖານທູດ ຫວຽ​ດນາມ ປະຈຳ ອາ​ເມ​ລິ​ກາ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພະນັກງານ, ພາລະ​ກອນ​ສະຖານທູດ, ບັນດາ​ອົງການ​ທີ່​ຄຽງ​ຂ້າງ​ສະຖານທູດ ​ແລະ ​ເພື່ອນ​ມິດສາ​ກົນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວິ​ງ ​ໄດ້​ຮຽກຮ້ອງ​ໝູ່​ຄະນະ​ພະນັກງານ​ການ​ທູດ, ພະລາ​ກອນ​ສະຖານທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ສືບ​ຕໍ່​ສືບ​ທອດ​ມູນ​ເຊື້ອ​ຂອງ​​ລຸ່ນກ່ອນ, ປະກອບສ່ວນ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະຕິບັດ​ສຳ​ເລັດໜ້າ​ທີ່​; ປະກອບສ່ວນ​ໃຫ້​ພາລະກິດ​ສ້າງສາ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດຢ່າງ​ມີ​ປະສິດທິ​ຜົນ ​ແລະ ຍົກ​ສູງ​ທີ່​ຕັ້ງ​ບົດບາດຂອງ ຫວຽດນາມ ​ໃນ​ເວທີ​ສາກົນ​.

        ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ການ​ທູດ ຫວຽດນາມ ກໍ​​ຈັດ​ຕັ້ງ​ຢູ່ ຍີ່ປຸ່ນ, ​ເວ​ເນ​ຊູ​ເອລາ, ສີ​ລັງກາ, ນອກ​ເເວ ​ແລະ ສະ​ໂລ​ວາ​ເກ​ຍ.

        ​ເມື່ອ​ຕ້ອບສຳພາດ​ນັກ​ຂ່າວຂອງ​ສຳນັກ​ຂ່າວສານ ຫວຽດນາມ ປະຈຳ Paris ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝະຣັ່ງ ຫງວຽນ​ງ້ອກ​ເຊີນ ຊີ້​ແຈ້ງວ່າ: ​ໃນ​ຊຸມ​ປີ​ຜ່ານ​ມາ, ສະຖານທູດ ຫວຽດນາມ ປະຈຳ ຝະຣັ່ງ  ​ໂດຍ​ພາຍ​​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ການ​ນຳກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຜັນ​ຂະຫຍາຍ​ພື້ນຖານ​ການ​ທູດ​ຢ່າງຮອບດ້ານໃນ​ປະ​ເທດ ຝະຣັ່ງ. ຄຽງ​ຂ້າງ​ນັ້ນ, ສະຖານທູດ ພວມ​ຜັນ​ຂະຫຍາຍ​ວຽກ​ງານ​ການ​ທູດດ້ານ​ເສດຖະກິດ​ຢ່າງ​ແຮງ. ທ່ານ ຫງວຽນງ້ອກ​ເຊີນ ກໍ​ຍົກ​ອອກ​ຄວາມ​ຈຳ​ເປັນ​ຕ້ອງ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ປະຊາ​ຄົມ​ຊາວ​ ຫວຽດນາມ ຢູ່ ຝະຣັ່ງ ດ້ວຍ​ຈຳນວນກ່ວາ 300.000 ຄົນ, ​ເປັນ​ປະຊາ​ຄົມ​ທີ່​ມີ​ມູນ​ເຊື້ອສະ​ໜິດ​ຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງ​ນອນຂອງ​ປະ​ເທດ​ຊາດ, ມີ​ການ​ປະກອບສ່ວນ​ຫລາຍ​ຢ່າງ ​ໃຫ້​ພາລະກິດ​ຕໍ່ສູ້ຍາດ​ເອົາ​ເອກະລາດ​ໃຫ້​ຊົນ​ຊາດ​ໃນ​ເມື່ອ​ກ່ອນ​, ກໍ​ຄື​ໃນ​ພາລະກິດ​ພັດທະນາປະ​ເທດ​ຊາດ​​ໃນປະຈຸ​ບັນ.

 

 

ຂ່າວ/ບົດ​ອື່ນ