ການເຄື່ອນໄຫວສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

ການເຄື່ອນໄຫວສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ - ảnh 1
ງານວາສະແດງສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ


(vovworld) - ຕອນ​ເຊົ້າ​ວັນ​ທີ 1/2,​ເນື່ອງ​ໃນ​ໂອກາດ ສະ​ເຫຼີ​ມສະຫຼອງ 85 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ (3/2/1930-3/2/2015), ຄະນະ​ພັກ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ນະຄອນ​ໂຮ່ຈີ​ມິນ ​ໄດ້​ຈັດ​ພິທີ​ມອບ​ນາມມະຍົດ “​ແມ່​ຫວຽດນາມ ວິລະ​ຊົນ“ ​ໃຫ້​ແມ່​ຫວຽດນາມ 228 ຄົນ.

        ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈີ​ມິນ ກໍ່​ຈັດ​ລາຍການ​ສິລະ​ປະ​ທີ່​ວາດ​ພາບ​ເຖິງ​ວິວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ອັນ​ສະຫງ່າ​ລາສີ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ໃນ​ຕະຫຼອດ 85 ປີຜ່ານມາ. ​ໂອກາດ​ນີ້, ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈີ​ມິນ ກໍ່​ຍ້ອງຍໍ, ມອບ​ລາງວັນ​ໃຫ້​ສະມາຊິກ​ພັກ​ໜຸ່ມ​ທີ່​ດີ​ເດັ່ນ 85 ຄົນ. ​ເອື້ອຍ ​ເຈິ່ນທິຈິ໋ນ, ອະດີດ​ນັກ​ສຶກສາ​ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຢີນະຄອນ ​ໂຮ່ຈີ​ມິນ, ຜູ້​ທີ່​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ຮູ້​ສຶກພາກພູມ​ໃຈ​, ມີ​ຄວາມສຸກ ແລະ ​ເອກອ້າງ​ທະ​ນົງ​ໃຈທີ່​ສຸດ. ນີ້​ແມ່ນ​ກຳລັງ​ໜູນ​ຊ່ວຍ​ໃຫ້​ນ້ອງ​ພັດທະນາ​ ​ແລະ ອຸທິດ​ສ່ວນ​ໃຫ້​ແກ່​ສັງຄົມ​ໄດ້​ຫຼາຍກວ່າ​ອີກ, ພິ​ເສດ​ແມ່ນ​ຊ່ວຍ​ໃຫ້​ນ້ອງ​ມີ​ແນວ​ຄິດ​ການ​ເມືອງ​ໝັ້ນຄົງ​ກວ່າ“.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 31/1ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ພິທີ​ມອບ​ຫຼຽນ​ກາ​ພັກ​ໃຫ້ 286 ຄົນ​ທີ່​ເປັນ​ສະມາຊິກ​ພັກ​ໃນ​ເວລາ 70 ປີ, 65 ປີ ​ແລະ 60 ປີ. ​ໂອກາດ​ນີ້,​ ຕອນ​ຄຳ່​ວັນ​ທີ 31/1, ນະຄອນ​ໂຮ່ຈີ​ມິນກໍ່​ຈັດ​ລາຍການ​ພົບ​ປະ​ແລກປ່ຽນ, ສະ​ແດງ​ສິລະ​ປະ​ພິ​ເສດ​ທີ່​ມີ​ຫົວ​ຂໍ້​ວ່າ “ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ພັກ​ຕະຫຼອດ​ໄປ“. ນະ​ທີ່​ນີ້​ມີ​ການ​ພົບ​ປະ​ແລກປ່ຽນ​ກັບ​ບັນດາສະມາຊິກ​ພັກດີ​ເດັ່ນ​ທີ່​ຕາງໜ້າ​ໃຫ້​ສະມາຊິກ​ພັກ 3 ລຸ້ນຄົນ ​ໃນພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ສະມາຊິກ​ພັກ, ນັກ​ປະຕິວັດ​ຜູ້​ອາວຸ​ໂສ ​ເລຣູຍກວຽນ, ​​ແບ່ງປັນ​ວ່າ:

        “​ໃນ​ທຸກ​ບັນຫາ​ເຖິງ​ວ່າ​ຈະ​ໃຫຍ່​ຫຼື​ນ້ອຍ ກໍ່​ລ້ວນ​ແຕ່​ໄດ້​ຮັບ​ການ​ຊີ້​ນຳ​ນຳພາ​ຈາກ​ພັກ, ຫວັງ​ວ່າ​ບັນດາ​ສະມາຊິກ​ພັກ​ລຸ້ນໜຸ່ມ ​ເສີມ​ຂະຫຍາຍ​ນຳ້​ໃຈ​ປະຕິວັດ​ຂອງ​ບັນດາ​ສະມາຊິກ​ພັກ​ລຸ້ນກ່ອນ, ຕ້ອງ​ຖື​ນັ້ນ​ເປັນ​ແບບຢ່າງ​ເພື່ອ​ປະຕິບັດ​ຕາມ“.

        ​ໃນ​ຂະນະ​ນັ້ນ, ງານ​ວາງສະ​ແດງ​ຮູບ​ພາບ, ​ເອກະສານ ດ້ວຍ​ຫົວ​ຂໍ້ “ 85 ປີ ພາຍ​ໃຕ້​ຄັນ​ທຸງ​ອັນ​ສະຫງ່າ​ລາ​ສີ​ຂອງ​ພັກ“ ກໍ່​ໄຂ​ຂຶ້ນ​ໃນ​ວັນ​ທີ 31/1 ຢູ່​ຫໍ​ວາງສະ​ແດງ 45 ຈ່າງ​ຕ່ຽນ. ງານ​ວາງສະ​ແດງ​ແນະນຳ​ຮູບ​ພາບ​ທີ່​ສວຍ​ງາມ 100 ກວ່າ​ແຜ່ນ, ທີ່​ເປັນ​ຂີດ​ໝາຍ​ປະຫວັດສາດ​ອັນ​ສະຫງ່າ​ລາສີ ​ແລະ ວາດ​ພາບ​ໄລຍະ​ທາງ 85 ປີ ຂອງ​ພັກ​ກອມ​ມູນິດ​ຫວຽດນາມ.


ຂ່າວ/ບົດ​ອື່ນ