ການເຄື່ອນໄຫວສະເຫລີມສະຫລອງ 65 ປີແຫ່ງວັນປົດປ່ອຍນະຄອນຫລວງຮ່າໂນ້ຍ.

(VOVWORLD) -ຕອນຄ່ຳວັນທີ 5 ຕຸລາ ຢູ່ ສວນອຸທະຍານ ລີທາຍໂຕ໋ ຮ່າໂນ້ຍ, ວົງດົນຕີປະສານສຽງ ລອນດອນ Symphony Orchestra ໄດ້ສະແດງລາຍການດົນຕີເຕັມໄປດ້ວຍຄວາມປະທັບໃຈ ໃນລາຍການດົນຕີປະສານສຽງ Vietnam Airlines Classic – Hanoi Concert 2019, ເພື່ອຮັບໃຊ້ຜູ້ຊົມທີ່ນິຍົມດົນຕີ ຢູ່ ນະຄອນຫລວງ ຮ່າໂນ້ຍ. 

ການເຄື່ອນໄຫວສະເຫລີມສະຫລອງ 65 ປີແຫ່ງວັນປົດປ່ອຍນະຄອນຫລວງຮ່າໂນ້ຍ. - ảnh 1 ລາຍການດົນຕີປະສານສຽງ ໂດຍ ວົງດົນຕີປະສານສຽງ ລອນດອນ Symphony Orchestra ສະແດງ

ພາບ: TTXVN

ລາຍການດົນຕີໄດ້ດຶງດູດຜູ້ເສບດົນຕີ 100 ຄົນ ພ້ອມກັບບັນດາເຄື່ອງດົນຕີທີ່ຫາຍາກດ້ວຍອາຍຸກວ່າ 200 ປີ ໄດ້ນຳມາເຊິ່ງຄວາມປະທັບໃຈໃຫ້ແກ່ຊາວນະຄອນຫລວງ ຮ່າໂນ້ຍ ຍາກທີ່ຈະຫລົງລືມໄດ້. ພາຍຫລັງຈັດຕັ້ງລາຍການດັ່ງກ່າວຢູ່ ຫນອງ ໂຮ່ເກືອມ ມາເປັນເວລາ 3 ປີ, ລາຍການໄດ້ປະກອບສ່ວນເຊື່ອມຕໍ່ວັດທະນະທຳ ຫວຽດນາມ ກັບໂລກ, ໂຄສະນາພາບພົດ, ຊາວຫວຽດນາມ ເປີດອົກເປີດໃຈ, ນິຍົມສິລະປະ, ນະຄອນ ຮ່າໂນ້ຍ ແຫ່ງອະລິຍະທຳນັບພັນປີ ແລະ     ບັນຍາກາດຢູ່ຖະຫນົນຍ່າງທີ່ເປັນເອກະລັກສະເພາະ ມາເຖິງເພື່ອນມິດສາກົນເປັນຈຳນວນຫລວງຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ