ການເຄື່ອນໄຫວສະເຫລີມສະຫລອງວັນສິ່ງແວດລ້ອມໂລກ2013

ການເຄື່ອນໄຫວສະເຫລີມສະຫລອງວັນສິ່ງແວດລ້ອມໂລກ2013 - ảnh 1
ບັນດາທ້ອງຖິ່ນຕອບສະຫນອງວັນສິ່ງແວດລ້ອມໂລກ
ພາບ: internet


(vovworld)- ວັນ​ທີ 5/6 ​ແມ່ນ​ວັນ​ສະ​ເຫລີ​ມສະຫລອງ​ວັນ​ສິ່ງ​ແວດ​ລ້ອມ​ໂລກ 2013.​ ພາຍ​ໃຕ້​ຫົວ​ຂໍ້​ວ່າ: ຕ້ອງ​ຄິດ​ເຖິງ​ສິ່ງ​ແວດ​ລ້ອມ​ກ່ອນ​ທີ່​ນຳ​ໃຊ້​ອາຫານ​”, ຫລາຍ​ທ້ອງ​ຖິ່ນ​ຢູ່​ຫວຽດນາມ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ປຸກລະດົມ​ປະຊາຊົນ​ເອົາ​ໃຈ​ໃສ່​ເຖິງ​ການ​ເລືອກ​ເຟັ້ນ ​ແລະ ນຳ​ໃຊ້​ອາຫານ​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ສິ່ງ​ແວດ​ລ້ອມ ​ແລະ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສິ່ງ​​ແວດ​ລ້ອມ. ຢູ່​ເຂດ​ທ່ອງ​ທ່ຽວ ບ໋າ​ຍ​ໃຈ, ມີ​ຊາວ​ຫນຸ່ມ, ພະນັກງານ, ກຳມະກອນ ກວ່າ 700 ຄົນ​ຢູ່​ບັນດາ​ອົງການ, ຫົວຫນ່ວຍ​ຢູ່​ບໍລິ​ເວນ​ນະຄອນ      ຮ້າ​ລອງ ​ແຂວງ ກວ໋າງນີງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ປຸກລະດົມ​ວັນ​ສິ່ງ​ແວດ​ລ້ອມ​ໂລກ 2013, ຮຽກຮ້ອງ​ວົງ​ຄະ​ນາ​ຍາດ​ຈົ່ງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ນະຄອນ​ທ່ອງ​ທ່ຽວ​ໃຫ້​ຂຽວ​ສະອາດ ​ແລະ ສວຍ​ງາມ ມຸ່ງ​ໄປ​​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ. ທ່ານ ຮ່ວາງ​ແຢງ​ເຊີນ, ຮອງ​ຫົວຫນ້າ​ພະ​ແນ​ກຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ແຂວງ ກວ໋າງນີງ ​ໃຫ້​ຮູ້​ວ່າ:

        “ນອກຈາກ​ການ​ປະສານ​ສົມທົບ​ກັບ​ບັນດາ​ທ້ອງ​ຖິ່ນ​ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ​ຕາມ​ແຜນການ​ຂອງ​ແຂວງ​ເປັນ​ຢ່າງ​ດີ​ແລ້ວ, ພະ​ແນ​ກກໍ​ໄດ້​ຈັດ​ຕັ້ງ​ຊຸດ​ຝືກອົບຮົມ​ເພື່ອ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ເລກທີ 02 ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ກໍລະນີນ້ຳມັນ​ຖືກ​ຮົ່ວ​ໄຫລ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ມີ​ຄວາມ​ສ່ຽງ​ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ ພິ​ເສດ​ຢູ່​ບັນດາ​ວິ​ສາ​ຫະກິດ​ຢູ່ເຂດ​ແຄມ​ທະ​ເລ.”

        ສ່ວນ​ຢູ່​ນະຄອນ​ຫາຍ​ຟ່ອງ ​ແລະ ​ເຫ​ງ້ອານ ກໍ່​ໄດ້​ຈັດຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ ​ເພື່ອຮຽກຮ້ອງ​ການ​ເຂົ້າ​ຮ່ວມ​ຂອງ​ວົງ​ຄະນາ​ຍາດ​​ແນ​ໃສ່​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປົກ​ປັກຮັກສາ​ສິ່ງ​ແວດ​ລ້ອມ.

ຂ່າວ/ບົດ​ອື່ນ