ການເຄື່ອນໄຫວຫລາຍຢ່າງຕອບສະຫນອງວັນປະຊາກອນຫວຽດນາມ26/12

ການເຄື່ອນໄຫວຫລາຍຢ່າງຕອບສະຫນອງວັນປະຊາກອນຫວຽດນາມ26/12 - ảnh 1
ພາບປະກອບ:internet

(vovworld)-  ​ຕອນບ່າ​ຍວັນ​ທີ 25/12, ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ, ກົມ​ໃຫຍ່​ປະຊາກອນ-​ວາງ​ແຜນ​ຄອບຄົວ ສັງກັດ​ກະຊວງ​ສາທາລະນະ​ສຸກ ຫວຽດນາມ ຈັດ​ຕັ້ງ​ການ​ມອບ​ລາງວັນ​ໃຫ້​ແກ່ 14 ບົດລະຄອນທີ່​​ໄດ້​ຮັບລາງວັນ​ໃນ​ການ​​ເສັງປະດິດ​ແຕ່ງ​ບົດ​ລະຄອນ​ກ່ຽວ​ກັບ​​ບັນຫາ​ໃຫມ່​ໃນ​ວຽກ​ງານ​ປະຊາກອນ ​ແລະ ການວາງ​ແຜນ​ຄອບ​ຄົວ​ປີ 2013. ຄະນະ​ຈັດ​ຕັ້ງ​​ໄດ້​ມອບ​ລາງວັນ A ​ໃຫ້​ແກ່​ຜູ້​ແຕ່ງບົດລະຄອນ ​ເຈີ​ນ​ແທງ​ຮ່າ ສັງ​ກັດ​ສະມາ​ຄົມວັນນະຄະດີ​ສິລະປະ​ແຂວງ ດົງ​ທາ​ບ, ລາງວັນ B 2 ລາ​ງວັນ, ລາງວັນ C 3 ລາງວັນ, ລາງວັນ​ຊົມ​ເຊີຍ 8 ລາງວັນ. ທ່ານ ​ເຢືອງກວກ​ຈ້ອງ, ຫົວຫນ້າ​ກົມ​ໃຫຍ່​ປະຊາກອນ- ​​ວາງ​ແຜນ​ຄອບຄົວ, ສັງກັດ​ກະຊວງ​ສາທາລະນະ​ສຸກ​ໃຫ້​ຮູ້​ວ່າ:

        “ 14 ບົດລະຄອນດີ​ເດັ່ນ​ທີ່ໄດ້​ຮັບ​ລາງວັນ​ແມ່ນ​ສ່ອງ​ແສງ​ບັນດາ​ບັນຫາ​ກ່ຽວ​ກັບວຽກ​ງານ​ປະຊາກອນ ​ແລະ ວາງ​ແຜນ​ຄອບຄົວ​ແມ່ນ​ສິ່ງ​ທີ່​ເປັນ​ຫນ້າ​ສົນ​ໃຈໃນ​ໄລຍະ​ຈະ​ມາ​ເຖິງ. ຂ້າພະ​ເຈົ້າ​ຖືວ່າ ບັນດາ​ບົດລະຄອນ​ນີ້​ຈະ​ແມ່ນ​ເຄື່ອງມື​ທີ່​ດີ​ໃນ​ການ​ໂຄສະນາ​ເຜີຍ​ແຜ່​ຫັນປ່ຽນ​​ການ​ກະທຳ​ກ່ຽວ​ກັບ​ວຽກ​ງານ​ປະຊາກອນ​ ​ເພື່ອຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ພວກ​ເຮົາ​ຈະ​ບັນລຸ​ໄດ້​ບັນດາ​ຜົນງານ​ໃຫມ່​ຕໍ່ຫນ້າ​ບັນຫາ​ໃຫມ່, ສິ່ງ​ທ້າ​ທາຍ​ໃຫມ່​ໃນ​ວຽກ​ງານ​ປະ​ຊາກ​ອນ.”

 

ຕອບກັບ

ຂ່າວ/ບົດ​ອື່ນ