ການເຄື່ອນໄຫວຫລາຍຢ່າງເນື່ອງໃນໂອກາດວັນເດັກນ້ອຍສາກົນ1/6

(VOVWORLD) -ວັນທີ 1 ມິຖຸນາ, ຄະນະຊີ້ນຳໂຄງການຈຸດໝາຍປົກປ້ອງເບິ່ງແຍງສຸຂະພາບປະຊາຊົນແຂວງ ຮ່ານາມໄດ້ແຕ່ງຕັ້ງຫລາຍຄະນະລົງຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ເດັກນ້ອຍຢູ່ບັນດາທ້ອງຖິ່ນໃນແຂວງ.

ການເຄື່ອນໄຫວຫລາຍຢ່າງເນື່ອງໃນໂອກາດວັນເດັກນ້ອຍສາກົນ1/6 - ảnh 1 ຢອດ vitamin A ໃຫ້ເດັກ

ພາບ:VTV

ແລະກໍ່ໃນວັນດຽວກັນ ຄະນະກຳມະການປະຊາຊົນ ແຂວງ ນີງທ້ວນ ກໍ່ໄດ້ຈັດຕັ້ງພິທີປຸກລະດົມເດືອນເຄື່ອນໄຫວເພື່ອເດັກນ້ອຍປີ 2018. ສ່ວນຢູ່ ແຂວງ ແຄງຮ່ວາ ໄດ້ດຳເນີນການເຄື່ອນໄຫວຫລາຍຢ່າງທີ່ມີປະໂຫຍດ ນັ້ນຄື ວັນວຸນເດັກພິການຄັ້ງທີ 6 ປີ 2018 ໂດຍມີການເຂົ້າຮ່ວມຂອງນັກຮຽນເປັນຄົນພິການເກືອບ 600 ຄົນ, ຄູອາຈານ 200 ຄົນ ມາຈາກ 40 ໂຮງຮຽນຂຶ້ນກັບ 24 ແຂວງ, ນະຄອນ ຈາກ ກວ໋າງບີງ ຕະຫລອດຮອດ ກາເມົາ.

ຢູ່ແຂວງ ເຫົ້າຢາງ ກໍ່ໄດ້ຈັດຕັ້ງພິທີປຸກລະດົມເດືອນເຄື່ອນໄຫວເພື່ອເດັກນ້ອຍປີ 2018. ທີ່ພິທີ ທ່ານ ດົງວັນແທງ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ເຫົ້າຢາງ ຮຽກຮ້ອງໃຫ້ອຳນາດການປົກຄອງ, ຄະນະ, ຂະແຫນງການທຸກຂັ້ນ, ທ້ອງຖິ່ນຍູ້ແຮງບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ ຢູ່ປະຊາຄົມ,ຄອບຄົວ, ໂຮງຮຽນ ກ່ຽວກັບສິດເຂົ້າຮ່ວມຂອງເດັກນ້ອຍໃນບັນຫາຂອງເດັກນ້ອຍ, ກ່ຽວກັບການປົກປ້ອງເດັກ, ໄພນາບຂູ່ ແລະ ຜົນຮ້າຍຈາກບັນດາປັດໄຈ, ການກະທຳໃຊ້ຄວາມຮຸນແຮງ, ທາລຸນເດັກ.

ຕອບກັບ

ຂ່າວ/ບົດ​ອື່ນ