ການເຄື່ອນໄຫວຫລາຍຢ່າງເພື່ອເດັກນ້ອຍປະສົບກັບຄວາມຫຍຸ້ງຍາກໃນໂອກາດບຸນວັນເພງເດືອນ8

ການເຄື່ອນໄຫວຫລາຍຢ່າງເພື່ອເດັກນ້ອຍປະສົບກັບຄວາມຫຍຸ້ງຍາກໃນໂອກາດບຸນວັນເພງເດືອນ8 - ảnh 1
ຈັດການ​ເຄື່ອນ​ໄຫວ​ບຸນ​ວັນ​ເພງ​ເດືອນ 8 ໃຫ້​ເດັກ

(vovworld)- ບຸນ​ວັນ​ເພງ​ເດືອນ 8 ປີນີ້, ກອງ​ທຶນ​ປົກ​ປ້ອງ​ເດັກ​ແຂວງ ເທື່ອ​ທຽນ​ເຫ້ວ ສົມ​ທົບ​ກັບ​ບັນ​ດາ​ເມືອງ, ເທດ​ສະ​ບານ​ໃນ​ແຂວງ ຈັດ​ຕັ້ງ “ງານ​ບຸນ​ໄຫວ້​ພະ​ຈັນ” ແລະ ມອບຂອງ​ຂ​ວັນ 2000 ພູດ ໃຫ້​ເດັກ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ. ທ່ານ​ນາງ ຫວໍ​ກີມ​ແຄງ, ຮອງ​ຫົວ​ຫນ້າ​ກົມ​ອຸ​ປະ​ກະ​ລະ​ສັງ​ຄົມ ສາ​ຂາ ເທື່ອ​ທຽນ​ເຫ້ວ ໃຫ້​ຮູ້​ວ່າ: ແຂວງ​ເທື່ອ​ທຽນ​ເຫ້ວ ມີ​ເດັກ​ 4.600 ຄົນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ເລື່ອງ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ລະ​ຫລິ້ນ​ໃຫ້​ພວກ​ນ້ອງ​ໃນ​ໂອ​ກາດ​ບຸນ​ວັນ​ເພງ​ເດືອນ 8 ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ສັງ​ຄົມ​ຕໍ່​ພວກ​ຫລານ.

ສ່ວນ​ຢູ່​ແຂວງ ລາວ​ກາຍ, ສູນ​ວຽກ​ງານ​ສັງ​ຄົມ​ຂອງ​ແຂວງ ກໍ​ໄດ້​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ, ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ບຸນ​ວັນ​ເພງ​ເດືອນ 8 ໃຫ້​ເດັກ​ພິ​ການ, ເດັກ​ກຳ​ພ້າ 100 ຄົນ ພວມ​ໄດ້​ຮັບ​ການ​ລ້ຽງ​ດູ​ຢູ່​ສູນ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ