ການເຄື່ອນໄຫວຫລາຍຢ່າງໃນສັບປະດາທ່ອງທ່ຽວມອງກາຍ,ແຂວງກວ໋າງນີງລະດູແລ້ງປີ2017

(VOVWORLD) -ວັນທີ 1/5, ໃນກິດຈະກຳຕິດພາບໂຄສະນາຊາຍແດນ ຊາຫວີ ນະຄອນ ມອງກາຍ ແຂວງ ກວ໋າງນີງ ໄດ້ດຳເນີນລາຍການສະແດງສິລະປະ “ຊາຫວີ ໃນຮູບຊົງຂອງປະເທດຊາດ”. 

ການເຄື່ອນໄຫວຫລາຍຢ່າງໃນສັບປະດາທ່ອງທ່ຽວມອງກາຍ,ແຂວງກວ໋າງນີງລະດູແລ້ງປີ2017 - ảnh 1 ລາຍການສິລະປະໄຂສັບປະດາທ່ອງທ່ຽວ ມອງກາຍ

ພາບ:Vnplus

ນີ້ກໍແມ່ນຫນຶ່ງໃນບັນດາການເຄື່ອນໄຫວພົ້ນເດັ່ນ ນອນໃນຂອບເຂດສັບປະດາທ່ອງທ່ຽວ ມອງກາຍຂ່ຳນັບຮັບຕ້ອນລະດູແລ້ງປີ 2017. ລາຍການສະແດງສິລະປະ ລວມມີຫລາຍລາຍການທີ່ເປັນເອກະລັກສະເພາະ ໄດ້ດຶງດູດປະຊາຊົນ ແລະ ນັກທ່ອງທ່ຽວເຂົ້າມາຊົມເປັນຈຳນວນຫລວງຫລາຍ, ໃນນັ້ນ ມີບັນດາລາຍການສະແດງໃຫ້ເຫັນຄວາມຮັກຕໍ່ເຂດທະເລໝູ່ເກາະ, ຕໍ່ບ້ານເກີດເມືອງນອນ. ໃນວັນດຽວກັນ, ສັບປະດາທ່ອງທ່ຽວ ມອງກາຍ ຂ່ຳນັບຮັບຕ້ອນລະດູແລ້ງປີ 2017 ໄດ້ດຳເນີນການເຄື່ອນໄຫວຫລາຍຢ່າງຄື: ງານບຸນຖະຫນົນຢູ່ຖະຫນົນຍ່າງ ຮ່ວາລາກ, ງານບຸນອາຫານການກິນ, ງານແຂ່ງຂັນບານເຕະລະຫວ່າງບັນດາທ້ອງຖິ່ນ, ຂະແຫນງການຢູ່ເຂດທ່ອງທ່ຽວ ຈາໂກ໋.

ຕອບກັບ

ຂ່າວ/ບົດ​ອື່ນ