ການເຄື່ອນໄຫວເນື່ອງໃນໂອກາດວັນເພັງເດືອນ 7

ການເຄື່ອນໄຫວເນື່ອງໃນໂອກາດວັນເພັງເດືອນ 7   - ảnh 1
ວັດ ​ເຈືອງ​ຊາ​ເລີ້ນ ທີ່​ເມືອງ​ເກາະ ​ເຈືອງ​ຊາ ​ແຂວງ ​ແຄ້ງຮ່ວາ

(Vovworld) - ວັນ​ທີ 21/8, ກົງ​ກັບ​ວັນ​ເພັງ​ເດືອນ 7 ໄລຕາມຈັນທະປະຕິທິນຫວຽດນາມ. ນີ້ແມ່ນວັນ ເພື່ອສະແດງຄວາມ​ຮູ້​ບູນຄຸນ​ຕໍ່​ພໍ່​ແມ່, ປູ​ຍ່າ​ຕາ​ຍາຍ, ບັນພະ​ບຸລຸດ, ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ. ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ວັນ​ເພັງ​ເດືອນ 7 , ພະ​ອາຈານ​ມະຫາ ທິກ​ບາ​ວງຽມ ຮອງ​ປະທານ​ສະພາ​ບໍລິຫານ​ງານ​ສູນ​ການ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ໃຫ້​ຮູ້​ວ່າ :

   “ ​ໃນ​ພຸ​ດທະສາສະໜາ, ວັນ​ເພັງ​ເດືອນ 7 ​ແມ່ນ​ວັນ​ເພື່ອ​ສະ​ແດງ​ຈິດ​ໃຈ​ຂອງ​ມະນຸດ​ໂດຍ​ມຸ່ງ​ໄປ​ສູ່​ບັນພະບຸລຸດ, ປູ​ຍ່າ​ຕາ​ຍາຍ , ພໍ່​ແມ່ ​ເພື່ອພາວະນາ​ແກ່​ດວງ​ວິນ​ຍານ​ບັນດາ​ຜູ້​ທີ່​ໄດ້​ລວງ​ລັບ​ໄປ. ວັນ​ນີ້ ກໍ​ແມ່ນ​ເພື່ອ​ສຶກສາ​ອົບຮົມ​ມູນ​ເຊື້ອ ສິນລະ​ທຳຂອງ​ຊາວ​ຫວຽດນາມ, ​ເພາະ ປູ​ຍ່າ​ຕາ​ຍາຍ​ໄດ້​ໃຫ້​ກຳ​ເນີ​ດ ພໍ່​ແມ່ ​ແລະ ກຳ​ເນີ​ດ​ເຮົາ ”

   ​ແລະ ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່​ວັດ ​ເຈືອງ​ຊາ​ເລີ້ນ ທີ່​ເມືອງ​ເກາະ ​ເຈືອງ​ຊາ ​ແຂວງ ​ແຄ້ງຮ່ວາ ກໍ​ໄດ້​ຈັດ​ບຸນ ວັນ​ເພັງ​ເດືອນ 7 ​ແລະ ພິທີ​ສວດ​ມົນ​ພາວະນາ​ແກ່​ດວງ​ວິນ​ຍານ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ປົກ​ປັກ​ຮັກສາ​ເຂດ​ທະ​ເລ ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ພະ​ອາຈານ​ໃຫຍ່ ທິກ​ຢາກ​ເງັ້ຍ ​ເຈົ້າ​ອະທິການ​ວັດ​ເຈືອງ​ຊາ​ເລີ້ນ ​ໃຫ້​ຮູ້​ວ່າ :

    “ ອ້າ​ຍນ້ອງ​ນັກຮົບ​ໄດ້​ມາ​ຮ່ວມ​ຢ່າງ​ຫຼວງ​ຫຼາຍ ​ເພື່ອ​ພາວະນາ ​ໃຫ້ພໍ່​ແມ່ຜູ້​ທີ່​ຍັງ​ມີ​ຊີວິດ​ໃຫ້​ມີ​ສຸຂະພາບ​ແຂງ​ແຮງ, ພ້ອມ​ທັງ​ພາວະນາ​ໃຫ້​ດວງວິນ​ຍານຂອງ ພໍ່​ແມ່ ນັກຮົບ​ຜູ້​ທີ່ໄດ້​ລວງ​ລັບ​ໄປ ​ແລະ ດວງ​ວິນ​ຍານ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ປົກ​ປັກ​ຮັກສາ​ເຂດ​ທະ​ເລ ໝູ່​ເກາະ​ຂອງ​ປະ​ເທດ​ຊາດ ” 

ຂ່າວ/ບົດ​ອື່ນ