ການເຄື່ອນໄຫວເບີດບານມ່ວນຊື່ນຫຼາຍຢ່າງຕ້ອນຮັບງານບຸນໄຫວ້ພະຈັນໃຫ້ເດັກ

ການເຄື່ອນໄຫວເບີດບານມ່ວນຊື່ນຫຼາຍຢ່າງຕ້ອນຮັບງານບຸນໄຫວ້ພະຈັນໃຫ້ເດັກ - ảnh 1
ຄ່ຳ​ຄືນ​ຕ້ອນ​ຮັບງານ​ບຸນ​ໄຫວ້ພະ​ຈັນ 2016
(ພາບ: TTXVN)

(vovworld) - ຕອນ​ຄ່ຳ​ວັນ​ທີ 14/09, ຢູ່​ເມືອງ ແທງ​ຈີ່, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ໄດ້​ຈັດຕັ້ງ “ຄ່ຳ​ຄືນ​ຕ້ອນ​ຮັບງານ​ບຸນ​ໄຫວ້ພະ​ຈັນ 2016” ເພື່ອ​ແນ​ໃສ່​ນຳ​ມາ​ໃຫ້​ບັນ​ດາ​ພວກ​ນ້ອງ​​ນ້ອຍເຍົາ​ວະ​ຊົນ​ໄດ້​ຕ້ອນ​ຮັບງານ​ບຸນ​ໄຫວ້ພະ​ຈັນຢ່າງ​ເບີດ​ບານ​ມ່ວນ​ຊື່ນ ແລະ ອົບ​ອຸ່ນ, ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ. ໃນ​ງານ​ບຸນ, ພວກ​ນ້ອງ​ນ້ອຍເຍົາ​ວະ​ຊົນນະ​ຄອນ​ຫຼວງ ໄດ້​ຮັບ​ຊົມ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ, ​ເຊີດ​ສິງ​ໂຕ ດ້​ວຍ​ການ​ເຂົ້າ​ຮ່ວມຂອງ​ນັກ​ສິ​ລະ​ປິນ, ນັກ​ຮ້ອງ​ທີ່​ມີ​ຊື່​ສຽງ​ຫຼາຍ​ຄົນ. ນອກນັ້ນ, ໃນ​ງານ​ບຸນ​ຍັງ​ໄດ້​ມອບ​ຂອງ​​ຂວັນ​ 1.000 ພູ​ດໃຫ້​ເດັກ​​ນ້ອຍ​ນະ​ຄອນ​ທີ່ທຸກ​ຍາກ​ ແຕ່​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ບືນ​ຕົວ​ຂຶ້ນ.

        ແລະ​ກໍ່​ໃນ​ຄ່ຳ​ຄືນ​ວັນ​ທີ 14/09, ຢູ່​ທ້ອງ​ຖິ່ນ​ຕ່າງໆ​​ຂອງ​ແຂວງ​ຊອກ​ຈັງ ກໍ່ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວເບີດ​ບານ​ມ່ວນ​ຊື່ນ ​ຕ້ອນ​ຮັບງານ​ບຸນ​ໄຫວ້ພະ​ຈັນໃຫ້​ບັນ​ດາ​ນ້ອງນ້ອຍ​ເຍົາ​ວະ​ຊົນ​ໃນ​ທົ່ວ​ແຂວງ. ສ່ວນ​ຢູ່​ແຂວງ ທ໋າຍງວຽນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ທ໋າຍງວຽນ ໄດ້​ຈັດ​ລາຍ​ການ “ຄ່ຳ​ຄືນ​ຕ້ອນ​ຮັບງານ​ບຸນ​ໄຫວ້ພະ​ຈັນ 2016”.  ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງເດັກ​ນ້ອຍ 400 ກວ່າ​ຄົນ ​ຢູ່​ບັນ​ດາ​ເມືອງ, ນະ​ຄອນ, ເທດ​ສະ​ບານ​ໃນ​ແຂວງ. ​ເນື່ອງ​ໃນ​ໂອ​ກາດນີ້, ຄະ​ນະ​ຈ​ັດ​ຕັ້ງ​ກໍ່​ໄດ້​ຈັດ​ລາຍ​ການມອບ​ຂອງ​​ຂວັນ 400 ພູດ ​ເຊິ່ງມ​ີ​ມູນ​ຄ່າ 400 ລ້ານ​ດົງ ໃຫ້​ບັນ​ດາ​ນ້ອງ​ນ້ອຍ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ແຕ່​ມີ​ຜົນ​ງານ​ສູນ​ໃນ​ການ​ຮ່ຳ​ຮຽນ.

ຂ່າວ/ບົດ​ອື່ນ