ການເຄື່ອນໄຫວແທດຈິງຫຼາຍຢ່າງສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາແລະວັນຊາດທີ2/9ຄົບຮອບ71ປີ

ການເຄື່ອນໄຫວແທດຈິງຫຼາຍຢ່າງສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາແລະວັນຊາດທີ2/9ຄົບຮອບ71ປີ - ảnh 1
(ພາບປະກອບ)

(vovworld) – ​ ​ເນື່ອງ​ໃນ​ໂອ​ກາດ ​ສະ​ເຫຼີມ​ສະຫຼອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ ຫວຽດ​ນາມ ທີ 2/9​ ຄົບ​ຮອບ 71 ປີ, ພະ​ແນກວັດ​ທະ​ນະ​ທຳ ແລະ ກິ​ລາ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​​ດ້ານວັດ​ທະ​ນະ​ທຳ ແລະ ກິ​ລາ ຫຼາຍ​ຢ່າງ ເພື່ອ​ແນ​ໃສ່​ສ້າງ​ບັນ​ຍາ​ກາດ​ມ່ວນ​ຊື່ນ ໃນ​ບັນ​ດາ​​ວັນ​ບຸນ​ໃຫຍ່ ​ຂອງ​ປະ​ເທດ​ຊາດ. ເປີດ​ສາກ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວນີ້​ ແມ່ນ​ລາຍ​ການສິ​ລະ​ປະ ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່ ຢູ່​ໃຈ​ກາງ​ເມືອງ​ຮ່າ​ດົງ ໃນ​ຕອນ​ຄ່ຳ​ ວັນ​ທີ 19/8. ໃນ​ວັນ​ທີ 2/9, ຈະ​ດຳ​ເນີນ​ບັນ​ດາ​ລາຍ​ການ​ສິ​ລະ​ປະ​ພ້ວມ​ກັນ ຢູ່: ສະ​ໜາມຫຼວງ​ປະ​ຕິ​ວັດ​ເດືອນ​ສິງ​ຫາ, ສະ​ໜາມຫຼວງດົງ​ກິງ​ເຫ​ງ້ຍ​ທຸກ, ​ສະ​ໜາມ​ກິ​ລາ​ໝີ​ດິ່ງ, ໃຈ​ກາງ​ເທດ​ສະ​ບານ​ເຊີ​ນ​ໄຕ… ແລະ ​​ສະ​ຖານ​ທີ່​ສາ​ທາ​ລະ​ນະອີກຫຼາຍ​ແຫ່ງ ຢູ່​ໃຈ​ກາງ​​ເມືອງຕ່າງໆ. ປີນີ້, ນະ​ຄອນຫຼວງ​ຮ່າ​ໂນ້ຍ ກໍ່​ໄດ້ຈັດ​ຕັ້ງການ​ເຄື່ອນ​ໄຫວ​ດ້ານ​ວັດ​ທະ​ນະ​ທຳ, ສິ​ລະ​ປະ​ວັດ​ນະ​ຄະ​ດີຫຼາຍ​ຢ່າງ ຢູ່​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ ຮັບ​ໃຊ້​​ຊີ​ວິດທາງ​ດ້ານ​ຈິດໃຈຂອງ​ກຳ​ມະ​ກອນ. ນອ​ກ ຈາກນັ້ນ, ນະ​ຄອນຫຼວງ ​ຍັງ​ມີ​ການ​ເຄື່ອນ​ໄຫວ​ດ້ານ​ຖະ​ແຫຼງຂ່າວ, ​ໂຄ​ສະ​ນາເຜີຍ​ແຜ່ຫຼາຍ ຢ່າງ, ໂອ້​ລົມ​ສົນ​ທະ​ນາ ກ່ຽວ​ກັບ ​ຫົວ​ຂໍ້ ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ ທີ 2/9 ຢູ່ບັນ​ດາ​ຂະ​ແໜງການ​ຂັ້ນ​ຕ່າງໆ; ຈັດ​ຕັ້ງ​ການ​ແຂ່ງ​ລົດ​ຖີບ ຮ່າ​ໂນ້ຍ ເປີດກວ້າງ ໃນ​ວັນ​ທີ 28/8 ຢູ່​​ບໍ​ລິ​ເວນ​ໜອງ​ຮ່​ວານ​ກ໋ຽມ.

 

ຂ່າວ/ບົດ​ອື່ນ