ການເຄື່ອນໄຫວໜູນຊ່ວຍຊີວິດສັງຄົມມີຄວາມໝາຍເນື່ອງໃນໂອກາດປີໃໝ່ສາກົນ

(VOVWORLD) -  ປີ 2017, ແນວໂຮມປະເທດຊາດທຸກຂັ້ນໃນແຂວງ ໄດ້ລະດົມບັນດາແຫຼ່ງເງິນສະໜັບສະໜູນກອງທຶນເພື່ອຄົນທຸກຍາກ, ລາຍການໜູນຊ່ວຍສະຫວັດດີການສັງຄົມໄດ້ຮັບເງິນບໍລິຈາກເກືອບ 262 ຕື້ດົ່ງ

ອນບ່າຍວັນທີ 29 ທັນວາ, ໂຮງໝໍປະສູດແຂວງ ຊອກຈັງ ໄດ້ຮັບລົດພະຍາບານສຸກເສີນຄຸນນະພາບສູງຄັນໜຶ່ງມີມູນຄ່າ 1,5 ຕື້ດົ່ງເພື່ອຮັບໃຊ້ວຽກງານສຸກເສີນ, ຂົນສົ່ງຄົນເຈັບໄປຍັງໂຮງໝໍເມື່ອຈຳເປັນ. ນີ້ແມ່ນລົດພະຍາບານສຸກເສີນຄັນທີ 13 ໂດຍບໍລິສັດຫວຍພັດທະນາ ຊອກຈັງ ຈຳກັດຜູ້ດຽວ ໜູນຊ່ວຍໃຫ້ບັນດາໂຮງໝໍພາຍໃນແຂວງໃນໄລຍະມໍ່ໆມານີ້.

        ຢູ່ແຂວງ ເຫົ້າຢາງ ໃນຕອນຄ່ຳວັນທີ 29 ທັນວາ, ໄດ້ດຳເນີນລາຍການການເຊື່ອມຕໍ່ຄວາມຮັກແພງ, ຕອບບຸນແທນຄຸນບັນດາບຸກຄົນ ແລະ ໝູ່ຄະນະທີ່ມີການປະກອບສ່ວນຫຼາຍຢ່າງໃນວຽກງານຮັບປະກັນສະຫວັດດີການສັງຄົມໃນປີ 2017. ປີ 2017, ແນວໂຮມປະເທດຊາດທຸກຂັ້ນໃນແຂວງ ໄດ້ລະດົມບັນດາແຫຼ່ງເງິນສະໜັບສະໜູນກອງທຶນເພື່ອຄົນທຸກຍາກ, ລາຍການໜູນຊ່ວຍສະຫວັດດີການສັງຄົມໄດ້ຮັບເງິນບໍລິຈາກເກືອບ 262 ຕື້ດົ່ງ. ຈາກການສະໜັບສະໜູນນີ້, ພວກກັບຄວາມເອົາໃຈໃສ່ໜູນຊ່ວຍຂອງລັດ, ຄວາມມານະພະຍາຍາມບືນຕົວຂຶ້ນຂອງຄົນທຸກຍາກ, ແຂວງ ເຫົ້າຢາງ ໄດ້ກໍ່ສ້າງເຮືອນໃໝ່ໄດ້ 200 ຫຼັງ ແລະ ສ້ອມແປງເຮືອນແຫ່ງສາຍຈິດມິດໃຈໄດ້ 350 ຫຼັງ; ກໍ່ສ້າງເຮືອນມະຫາສາມັກຄີ, ເຮືອນແຫ່ງສາຍຈິດມິດໃຈໄດ້ເກືອບ 600 ຫຼັງ ແລະ ກໍ່ສ້າງກິດຈະກຳສະຫວັດດີການສັງຄົມນັບສິບກິດຈະກຳ.

ຕອບກັບ

ຂ່າວ/ບົດ​ອື່ນ