ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ຈະ​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຄືນ​ໃໝ່​ໃນ​ 2 – 3 ອາ​ທິດ​ຈະ​ມາ​ເຖິງ

(VOVWORLD) -ບັນດາການເຈລະຈາລະຫວ່າງປະເທດນີ້ກັບບັນດາປະເທດມະຫາອຳນາດໃນໂລກກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍປີ 2015 ຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ໃນ 2 – 3 ອາທິດຈະມາເຖິງ. ຝ່າຍ ອີຣານ ຖືວ່າ “ກອງປະຊຸມທຸກໆຄັ້ງ ລ້ວນແຕ່ຕ້ອງການມີການສົມທົບ ແລະ ກະກຽມໂຄງການດຳເນີນງານ”.
ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ຈະ​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຄືນ​ໃໝ່​ໃນ​ 2 – 3 ອາ​ທິດ​ຈະ​ມາ​ເຖິງ - ảnh 1ຮາກຖານຜະລິດນິວເຄຼຍ ຂອງອີຣານ (ພາບປະກອບ: hanoimoi.com.vn)

ວັນທີ 21 ກັນຍາ, ກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ບັນດາການເຈລະຈາລະຫວ່າງປະເທດນີ້ກັບບັນດາປະເທດມະຫາອຳນາດໃນໂລກກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍປີ 2015, ຫຼືຍັງເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ໄດ້ຮັບການລົງນາມລະຫວ່າງ ອີຣານ ກັບກຸ່ມ P5+1  (ອັງກິດ, ຝຣັ່ງ, ຈີນ, ອາເມລິກາ, ລັດເຊຍ ແລະ ເຢຍລະມັນ) ຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ໃນ 2 – 3 ອາທິດຈະມາເຖິງ. ຝ່າຍ ອີຣານ ຖືວ່າ “ກອງປະຊຸມທຸກໆຄັ້ງ ລ້ວນແຕ່ຕ້ອງການມີການສົມທົບ ແລະ ກະກຽມໂຄງການດຳເນີນງານ”.

        ກ່ອນໜ້ານັ້ນ, ວັນທີ 20 ກັນຍາ, ທ່ານ Josep Borell, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບກ່ຽວກັບຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງ ສະຫະພາບເອີີຣົບ (ອີຢູ) ໃຫ້ຮູ້ວ່າ ທ່ານລັດຖະມົນຕີການຕ່າງປະເທດບັນດາປະເທດ ອັງກິດ, ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ ຈະບໍ່ໂຮມປະຊຸມກັບທ່ານລັດຖະມົນຕີການຕ່າງປະເທດ ອີຣານ ຢູ່ ສປຊ ໃນອາທິດນີ້ ເພື່ອປຶກສາຫາລືກ່ຽວກັບການເຊື່ອມຕໍ່ການເຈລະຈາຂໍ້ຕົກລົງ JCPOA ຄືນໃໝ່. ເຖິງຢ່າງໃດກໍຕາມ, ຕາມທ່ານ Khatibzadeh ໃຫ້ຮູ້ວ່າ ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amirbollahian ຈະມີການພົບປະຕ່າງຫາກກັບລັດຖະມົນຕີບັນດາປະເທດຢູ່ນອກກອງປະຊຸມ ສະມັດຊາໃຫຍ່ ສປຊ ຊຸດທີ 76, ໃນນັ້ນ ສຸມໃສ່ປືກສາຫາລືກ່ຽວກັບຂໍ້ຕົກລົງ JCPOA ແລະ ບັນດາການເຈລະຈາຢູ່ ວຽນ, ປະເທດໂອຕາລິດ.

ຕອບກັບ

ຂ່າວ/ບົດ​ອື່ນ