ການເຈລະຈາກ່ຽວກັບເລື່ອງແກ່ຍາວຄຳສັ່ງຢຸດຍິງຢູ່ເຂດ ກາຊາ ບໍ່ມີທາງອອກ

ການເຈລະຈາກ່ຽວກັບເລື່ອງແກ່ຍາວຄຳສັ່ງຢຸດຍິງຢູ່ເຂດ ກາຊາ ບໍ່ມີທາງອອກ - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 07/08, ບັນດາ​ການ​ເຈລະຈາ​ຢູ່​ກາຍ​ໂຣ, ອີ​ຢີບ ລະຫວ່າງ​ຝ່າຍ​ຕ່າງໆ​ຂອງປາ​ແລດ​ສຕິນ ​ແລະ​ອິດສຣາ​ແອນ ​ຖືກຕົກ​ຢູ່​ໃນສະພາບ​ບໍ່​ມີ​ທາງ​ອອກ ​ເມື່ອ​ທັງ 2 ຝ່າຍ​ລ້ວນ​ແຕ່ປະຕິ​ເສດ​ເງື່ອນ​ໄຂ​ຂອງ​ກັນ​ເພື່ອ​ໄປ​ເຖິງ​ຂໍ້​ຕົກລົງ​ຢຸດ​ຍິງ​ໄລຍະ​ຍາວ. ປະຕິ​ກິລິຍາຕໍ່ຫຼັກໝັ້ນ​ທີ່​ແຂງກະດ້າງ​ຂອງຈາກ​ຝ່າຍ​ອິດສຣາ​ແອນ, ບັນດາ​ຜູ້​ຕາງ​ໜ້າ​ຂອງ ຮາ​ມາດ ​ໄດ້​ປະຕິ​ເສດ​ທຸກໆ​ຂໍ້​ສະ​ເໜີ​ຂອງ​ອຳນາດ​ການ​ປົກຄອງ ​ແທນ​ອາ​ວີ​ບ ກໍ່​ຄື​ຜູ້​ຄົນ​ງານອີ​ຢີ ​ນັບ​ທັງຄວາມ​ສາມາດ​ແກ່ຍາວ​ຄຳ​ສັ່ງ​ຢຸດ​ຍິງ​ເປັນ​ເວລາ 72 ຊົ່ວ​ໂມງ ​ເຊິ່ງໝົດ​ຜົນ​ສັກສິດໃນ​ເວລາ 12 ​ໂມງ ທ່ຽງ​ວັນ​ທີ 08/08 (ຕາມ​ເວລາ​ຫວຽດນາມ). ຮາ​ມາດ ພຽງ​ຕົກລົງ​ແກ່ຍາວ​ໄລຍະ​ຢຸດ​ຍິງ​ເມື່ອ​ບັນດາ​ເງື່ອນ​ໄຂ​ຢຸດຕິ​ການ​ປິດ​ລ້ອມ​ເຂດ​ກາຊາ ​ແລະ ​ເປີດ​ທ່າ​ກຳ​ປັ່ນ​ໄດ້​ຮັບ​ການ​ຮັບ​ຮູ້​ເທົ່າ​ນັ້ນ. ຝ່າຍ​ອິດສຣາ​ແອນ ຖະ​ແຫຼ​ງພ້ອມ​ແລ້ວ​ທີ່​ຈະ​ແກ່ຍາວ​ຄຳ​ສັ່ງ​ຢຸດ​ຍິງ, ​ແຕ່​ປະຕິ​ເສດ​ການ​ຕອບ​ສະໜອງ​ບັນດາ​ຄວາມ​ຮຽກຮ້ອງ​ຂອງ​ຮາ​ມາດ, ​ໃນ​ນັ້ນ​ມີ​ເລື່ອງ​ປ່ອຍ​ຕົວ​ນັກ​ໂທດປາ​ແລດ​ສຕິນ 125 ຄົນທີ່ພວມ​ຖືກ​ອິດສຣາ​ແອນ ​ກັກ​ຂັງ ​ແລະ ​ເປີດ​ທ່າ​ກຳ​ປັ່ນ​ແຫ່ງ​ໜຶ່ງ​ຢູ່​ເຂດ​ກາຊາ.

ຂ່າວ/ບົດ​ອື່ນ