ການເຈລະຈາຂັ້ນລັດຖະມົນຕີອາຊຽນ-ຈີນກ່ຽວກັບການຮ່ວມມືປະຕິບັດກົດໝາຍແລະຄວາມໝັ້ນຄົງ

ການເຈລະຈາຂັ້ນລັດຖະມົນຕີອາຊຽນ-ຈີນກ່ຽວກັບການຮ່ວມມືປະຕິບັດກົດໝາຍແລະຄວາມໝັ້ນຄົງ - ảnh 1
ພົນ​ເອກ ເຈີນ​ດ໋າຍກວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ
​ຕຳ​ຫລວດ ຫວຽດ​ນາມ
ພາບ:internet
(vovworld)- ​​ກອງ​ປະ​ຊ​ຸມ​ຂັ້ນ​ລັດ​ຖະ​ມົນ​ຕີ ອາ​ຊຽນ - ຈີ​ນ ກ່ຽວ​ກັບ​ການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ ແລະ ຄວາມ​ໝັ້ນ​ຄົງ ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 23/10 ຢູ່ ນະ​ຄອນ​ຫລວງ ປັກ​ກີ່ງ ປະ​ເທດ​ຈີນ. ພົນ​ເອກ ເຈີນ​ດ໋າຍກວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳ​ຫລວດ ຫວຽດ​ນາມ ນຳ​ຫນ້າ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ລັດ​ຖະ​ມົນ​ຕີ ເຈີນ​ດ້າຍກວາງ ຕີ​ລາ​ຄາ​ສູງ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ລະ​ຫວ່າງ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ບັນ​ດາ​ປະ​ເທດ​ໃນ​ກຸ່ມ ອາ​ຊຽນ, ລະ​ຫວ່າງ ອາ​ຊຽນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ຄ​ູ່​ເຈ​ລະ​ຈາ. ທ່ານ​ລັດ​ຖະ​ມົນ​ຕີ ເຈີນ​ດ້າຍກວາງ ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສ​າ​ມາດ​ຂອງ​ຕົນ ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ ແລະ ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ຄູ່​ເຈ​ລະ​ຈາ​ໃນ​ການ​ແລກ​ປ່ຽນ​ຂໍ​້​ມູນ​ຂ່າວ, ແບ່ງ​ປັນ​ບົ​ດ​ຮຽນ​ຕໍ່​ສູ້​ບັນ​ດາ​ອາດ​ຊະ​ຍາ​ກຳໃຫ້​ມີ​ປະ​ສິດ​ທິ​ຜົນ

 

ຂ່າວ/ບົດ​ອື່ນ