ການເຈລະຈາຂັ້ນສູງລະຫວ່າງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມແລະສະຫະສະມາຄົມປຊຊສິງກະໂປ

ການເຈລະຈາຂັ້ນສູງລະຫວ່າງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມແລະສະຫະສະມາຄົມປຊຊສິງກະໂປ - ảnh 1
ທ່ານ​ຫງວຽນ​ທ້ຽນ​ເຍີນ ແລະ ​ທ່ານ Ang Hak Seng
(ພາບ: TTXVN)

 (vovworld)​ ​- ​ໂດຍ​​ຮັບ​ຄຳ​ເຊີນ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະຫະສະມາຄົມ​ປະຊາຊົນ​ສິງກະ​ໂປ ​ໂດຍ​ທ່ານ Ang Hak Seng, ຜູ້ອຳນວຍການຝ່າຍ​ບໍລິຫານ​ສະຫະ​ສະມາຄົມ​ນຳ​ໜ້າ​ຄະນະ​ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແຕ່​ວັນ​ທີ 21-27/10/2014. ຕອນ​ບ່າຍ​ວັນ​ທີ 22/10, ຢູ່​ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ ​ໂດຍ​ທ່ານ​ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ, ໄດ້​ມີ​ການ​ເຈລະຈາ ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະຫະສະມາ ຄົມ​ປະຊາຊົນ​ສິງກະ​ໂປ ​ໂດຍ​ທ່ານ Ang Hak Seng , ຜູ້ອຳນວຍການ​ຝ່າຍ​ບໍລິຫານ​ສະຫະ​ສະມາຄົມ​ເປັນ​ຫົວໜ້າ​ຄະນະ. ທ່ານ​ປະທານ​ຫງວຽນ​ທ້ຽນ​ເຍີນ ​ແລະ ທ່ານ Ang Hak Seng ​ໄດ້​ແຈ້ງ​ໃຫ້ກັນ  ຊາ​ບສະພາບ​​ເສດຖະກິດ-​ສັງຄົມ​ໃນ 9 ​ເດືອນ​ປີ 2014 ຂອງ 2 ປະ​ເທດ​ກໍ່​ຄື​ໝາກຜົນ​ການ​ເຄື່ອນ​ໄຫວ​ຂອງ 2 ອົງການ; ​ແລກປ່ຽນ, ປຶກສາ​ຫາລື, ​ເປັນ​ເອກະ​ພາບ​ບັນດາ​ເນື້ອ​ໃນ​​​ເຊິ່ງຕ່າງ​ຝ່າຍ​ຕ່າ​ງມີ​ຄວາມ​ສົນ​ໃຈ. ພາຍຫຼັງ​ການ​ເຈລະຈາ, ທ່ານ​ຫວູຈ້ອງ​ກິມ, ຮອງ​ປະທານ​ທັງ​ເປັນ​ເລທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ທ່ານ Ang Hak Seng, ຜູ້ອຳນວຍການ​ຝ່າຍ​ບໍລິຫານ​ສະຫະ​ສະມາຄົມ​ປະຊາຊົນ​ສິງກະ​ໂປ, ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​​ໂຄງການ​ຮ່ວມ​ມື ລະຫວ່າງ 2 ຝ່າຍ​ໃນ​ໄລຍະ 2014-2016, ພາຍ​ໃຕ້​​ເປັນການ​ສັກຂີ​ພິຍານ​ຂອງ​ທ່ານ​ປະທານ​ຫງວຽນ​ທ້ຽນ​ເຍີນ.

        ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະຫະສະມາຄົມ​ປະຊາຊົນ​ສິງກະ​ໂປ ຈະ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ: ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ນະຄອນ​ໂຮ່ຈິ​ມິນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ແຂວງ​ບາ​ເກ້ຍ-ວຸ້ງ​ເຕົ່າ; ຢ້ຽມຢາມ​ບາງ​ສະຖານ​ທີ່​ປະຫວັດສາດ, ວັດທະນະທຳ​ຂອງ​ຫວຽດນາມ.


ຂ່າວ/ບົດ​ອື່ນ