ການເຈລະຈາຂັ້ນສູງຫວຽດນາມ-ສີລັງກາ

ການເຈລະຈາຂັ້ນສູງຫວຽດນາມ-ສີລັງກາ - ảnh 1
(​ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ຝ່າຍ)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີສີ​ລັງ​ກາ Ranil Wickremesinghe ແລະ ພັນ​ລະ​ຍາ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ໃນ​ລະ​ຫວ່າງວັນ​ທີ 16 – 18/04. ຕອນ​ເຊົ້າ​ວັນ​ທີ 17/04, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Ranil Wickremesinghe. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຢືນ​ຢັນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ ແມ່​ນ​ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ສີ​ລັງ​ກາ ເປັນ​ສຳ​ຄັນ. ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ທູດ​ຜ່ານການ​ເພີ່​ມ​ທະ​ວີ​ການ​ແລກ​ປ່ຽນ​ບັນ​ດາ​ການ​ຢ້ຽມ​ຢາມ ແລະ ກາ​ນ​ພົບ​ປະ​ຂັ້ນ​ສູງ ແລະ ທຸກ​ຂັ້ນ; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ; ແບ່ງ​ປັບ​ຂໍ້​ມູນ​ຂ່າ​ວສານ, ບົດ​ຮຽນ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ; ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ. ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ 2 ທ່ານ​ໄດ້​ຫັນ​ດີ​ນຳ​ກັນ​ຈະ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ; ເສີມ​ຂະ​ຫຍາຍ​ບົດ​ບາດ ແລະ ປະ​ກອບ​ສ່ວນ​ຊຸກຍ​ູ້​ອາ​ຊຽນ ແລະ ສະ​ຫະ​ສະ​ມາ​ຄົມ​ຮ່ວມ​ມື​​ພາກ​ພື້ນ​ອາ​ຊີ​ໃຕ້ (SAARC) ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ການ​ເຊື່ອມ​ຕໍ່​ທຸກ​ດ້ານ ເພື່ອ​ສັນ​ຕ​ິ​ພາບ, ສ​ະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ອາ​ຊ​ີ. 2 ຝ່າຍ​ໄດ້​ເນັ້​ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕະ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ, ການ​ບິນ, ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຜ່ານ​ບັນ​ດາ​ມາດ​ຕະ​ການ​ສັນ​ຕະ​ພາບ, ເໝາະ​ສົມ​ກັບ​ກົດ​ໝາຍ​ສາ​ກົນ.

        ພາຍ​ຫຼັງ​ການ​ເຈ​ລະ​ຈ​າ, ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ເອ​ກະ​ສານ 2 ສະ​ບັບ (ແຜນ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ໄລ​ຍະ 2017 – 2019 ແລະ ຂໍ້​ຕົກ​ລົງ​ຮ່ວມ​ມື​ກ່ຽວ​ກັບ​ການ​ສຶກ​ສາ​ໄລ​ຍ​ະ 2017 - 2021). ເມື່ອພົບ​ປະ​ກັບ​ສື່ມວນ​ຊົນ, ແຈ້ງ​​ໃຫ້​ຊາບກ່ຽວ​ກັບ​ໝາກ​ຜົນ​ການ​ເຈ​ລະ​ຕາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ.

        “​ຫວຽດ​ນາມ ແລະ ສີ​ລັງ​ກາ ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ, ກໍ່​ຄື​ວຽກ​ງານ​ບຳ​ລຸງ​ສ້າງ ແລະ ຮ່ວມ​ມື​ໃນ​ຂ​ົງ​ເຂດ​ກະ​ສິ​ກຳ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ເປັນ​ເອ​ກະ​ພາບ​ຈະ​ຍູ້​ແຮງວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້​ຂຶ້ນ​ເຖິງ 1 ຕື້ USD ແລະ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ, ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ຫວຽດ​ນາມ ແລະ ສີ​ລັງ​ກາ ຮ່ວມ​ມື​ທຳ​ມາ​ຫາ​ກິນ, ແລກ​ປ່ຽນ. ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ສັນ​ຍາ​ສົ່ງ​ເສີມ ແລະ ປົກ​ປ້ອງ​ການ​ລົງ​ທຶນ ກໍ​ຄື​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຂົງ​ເຂດ​ສົ່ງ​ເສີມ​ການ​ລົງ​ທຶນ, ໂດຍ​ສະ​ເພາະ​ແມ່ນ​ໃນ​ບາງ​ຂົງ​ເຂດ​ຄື: ພະ​ລັງ​ງານ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ບິ​ນ ແລະ ການ​ທ່ອງ​ທ່ຽວ, ການ​ສຶກ​ສາ​ບຳ​ລຸງ​ສ້າງ….”

        ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Ranil Wickremesinghe ຊີ້​ແຈ​້ງວ່າ, ການ​ຢ້ຽມ​ຢາມ​ແມ່ນ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂ​ົງ​ເຂດ​ທີ່​​ມີ​ມາ​ແຕ່​ດົນ​ນານ ແລະ ໄດ້​ເປີດ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່​ກ່ຽວ​ກັບດ້າ​ນ​ເສດ​ຖະ​ກິດ, ວັ​ດ​ທະ​ນະ​ທຳ, ການ​​ພົບ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ການ​ສຶກ​ສາບ​ຳ​ລຸງ​ສ້າງ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສີ​ລັງ​ກາ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ; ພົບ​ປະ​ກັບ​ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທ​ິ​ກິມ​ເງິນ.

     ຕອນ​ບ່າຍ​ວັນ​ທີ 17/04, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ສີ​ລັງ​ກາ Ranil Wickremesinghe. ຢູ່​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ​ຢືນ​ຢັນ​ວ່າ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ສີ​ລັງ​ກາ; ທ່ານປາດ​ຖະ​ໜາ​ວ່າ​ການ​ພົນ​ພັ​ນ​ລະ​ຫວ່າງ 2 ປະ​ເທດ​ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ, ຕອບ​ສະ​ໜອງ​ໄດ້​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ແຕ່​ລະ​ປະ​ເທດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສະ​ເໜີ​ໃຫ້ 2 ຝ່າຍ​ມີ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ໂດຍ​ໄວ ແລະ ມີ​ປະ​ສິດ​ທິ​ຜົນ.

       ຕອນບ່າຍ​ວັນ​ທີ 17/04, ທີ່​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Ranil Wickremesinghe, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ, ໄດ້​ຢືນ​ຢັນ​ວ່າ, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ ແລະ ປາດ​ຖະ​ໜາ​ຢາກ​ຮ່ວມມ​ື​ຢ່າງ​ແໜ້ນ​ແຟ້ນ​ກັບ​ສະ​ພາ​ແຫ່ງ​ຊາດ​ສີ​ລັງ​ກາ ເພື່ອ​ນຳ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ທິ​ກິມ​ເງິນ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວ​ີ​ການ​ຮ່ວມ​ມື ແລະ ສະ​ໜັບ​ສະ​ໜູ​ນ​ເຊິ່ງ​ກັນ ແລະ ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ແລະ ພາກ​ພື້ນ… ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາງ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ຂອ​ບ​ໃຈ​ສີ​ລັງ​ກາ ໄດ້​ມີ​ທັດ​ສະ​ນະ​ຢ່າງ​ຈະ​ແຈ້ງ. ຍາມ​ໃດ​ຫວຽດ​ນາມ ກໍ່​ປາດ​ຖະ​ໜາ ແລະ ຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ໂດຍ​ສະ​ເພາະ​ແມ່ນ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫ​ະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ມີ 1982, ສະ​ໜັບ​ສະ​ໜູນ​ລັກ​ສະ​ນະ​ເຄົາ​ລົບ​ກົດ​ໝາຍ​ຢູ່​ບັນ​ດາ​ເຂດ​ທະ​ເລ ແລະ ມະ​ຫາ​ສະ​ມຸດ.

        ສ່ວນທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Ranil Wickremesinghe ປາດ​ຖະ​ໜາ​ວ່າ, 2 ປະ​ເທດ​ຈະ​ມີ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ລະ​ອຽດ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່. ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ, ຕ້ອງ​ຍູ້​ແຮງ​ການ​ພົວ​ພັນ​ແລກ​ປ່ຽນ​ລັດ​ຖະ​ສະ​ພາ…
 ແລະ ກໍ​ເນື່ອງ​ໃນ​ໂອ​ກາດ​ການ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Ranil Wickremesinghe, 2 ຝ່າຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ຫວຽດ​ນາມ-ສີ​ລັງ​ກາ. ຖະ​ແຫຼງ​ການ​ຮ່ວມ​ໃຫ້​ຮູ້​ວ່າ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Ranil Wickremesinghe ໄດ້​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ; ພົບ​ປະ​ກັບ​ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ.

ຕອບກັບ

ຂ່າວ/ບົດ​ອື່ນ