ການເຈລະຈາຄັ້ງປະຫວັດສາດລະຫວ່າງປະທານາທິບໍດີອາເມລິກາແລະປະທານປະເທດກູບາ

ການເຈລະຈາຄັ້ງປະຫວັດສາດລະຫວ່າງປະທານາທິບໍດີອາເມລິກາແລະປະທານປະເທດກູບາ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B.Obama ແລະ ປະ​ທານ​ ກູ​ບາ Raul Castro


(vovworld)-​​​ວັນ​ທີ 11/4, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B.Obama ແລະ ປະ​ທານ​  ກູ​ບາ Raul Castro ດຳ​ເນີ​ນ​ການ​ເຈ​ລະ​ຈາ​ຢູ່ Panama. ນີ້​ແມ່ນ​ການ​ພົບ​ປະ​ໂດຍ​ກົງ​ຄັ້ງ​ທຳ​ອິດ​ຂອງ​ຜູ້​ນຳ​ສອງ​ປະ​ເທດ​ໃນ 56 ປີ​ຜ່ານ​ມາ. ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄດ້​ຂອບ​ອົກ​ຂອບ​ໃຈ​ປະ​ທານ​  ກູ​ບາ ກ່ຽວ​ກັບ​ຈິດ​ໃຈ​ເປ​ີດ​ອົກ​ເປ​ີດ​ໃຈ​ສຳ​ລັບ ອາ​ເມ​ລິ​ກາ. ຜູ້​ນຳ ອາ​ເມ​ລິ​ກາ ຢັ້ງ​ຢືນ​ຄືນ​ໃຫມ່​ວ່າ ນະ​ໂຍ​ບາຍ​ຂອງ​ອາ​ເມ​ລິ​ກາ ທີ່​ນຳ​ໃຊ້​ໃນ​ກວ່າ 50 ປີ​ສຳ​ລັບ ກູ​ບາ ແມ່ນ​ຫລ້າ​ຫລັງ​ແລ້ວ ແລະ ບໍ່​ມີ​ປະ​ສິດ​ທິ​ຜົນ ພ້ອມ​ທັງ​ເນ​ັ້ນ​ຫນັກ​ວ່າ ນີ້​ແມ່ນ​ຈຸດ​ເວ​ລາ​ ປະ​ອະ​ດີດ​ຕະ​ການໄວ້ ເພື່ອ​ເລີ່ມ​ຕົ້ນ​ເສັ້ນ​ທາງ​ໃຫມ່ ມຸ່ງ​ໄປ​ເຖິງ​ຫນ້າ​ປະ​ຫວັດ​ສາດ​ໃຫມ່​ໃຫ​້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ສອ​ງ​ປະ​ເທດ​ໃນ​ອະ​ນາ​ຄົດ. ທ່ານ​ປະ​ທານ​  ກູ​ບາ Raul Castro ຍົກ​ໃຫ້​ເຫັນ​ຄວາມ​ຈຳ​ເປັນ​ຕ້ອງ​ເຈ​ລະ​ຈາ​ໃນ​ທຸກ​ຫົວ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ, ລວມ​ມີ​ບັນ​ດາ​ຄວາມ​ບໍ່​ລົງ​ລອຍ​ກັນ ແລະ ທັດ​ສະ​ນະ​ກົງ​ກັນ​ຂ້າມ.

 

ຂ່າວ/ບົດ​ອື່ນ