ການເຈລະຈາຄັ້ງປະຫວັດສາດລະຫວ່າງເລຂາທິການໃຫຍ່ຫງວຽນຟູ໋ຈ້ອງແລະປະທານາທິບໍດີອາເມລິກາBarackObama

ການເຈລະຈາຄັ້ງປະຫວັດສາດລະຫວ່າງເລຂາທິການໃຫຍ່ຫງວຽນຟູ໋ຈ້ອງແລະປະທານາທິບໍດີອາເມລິກາBarackObama - ảnh 1
ການ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຢູ່​ສະ​ໜາມ​ບິນ
(ພາບ: TTXVN)

(vovworld) – ​ ​ວັນ​ທີ 7/7, ທີ່​ທຳ​ນຽບ​ຂາວ, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ​ຕາ​ມ​ຄຳ​ເຊີນ​ຂອງ​ລັດ​ຖະ​ບານ ອາ​ເມ​ລິ​ກາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ໄດ້​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama. ການ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ການ​ພົວ​ພັນ 2 ຝ່າຍ​ໃນ​ຕະຫຼອດ 20 ປີ​ຜ່ານ​ມາ ແລະ ວາງ​ອອກ​ບັນ​ດາ​ທິດທາງ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນຫຼາຍ​ປີ​ຈະ​ມາ​ເຖິງ. ບົນ​ຈິດ​ໃຈ​ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ, 2 ປະ​ເທດ​ຈະ​ສ້າງ​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ແບບ​ຍືນ​ຍົງ, ມີ​ປະ​ສິດ​ທິ​ຜົນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລກ.

        ກ່ອນ​ໜ້ານັ້ນ, ຕອນ​ຄ່ຳ​ວັນ​ທີ 6/7 (ຕາມ​ເວ​ລາ ຫວຽດ​ນາມ), ພາຍຫຼັງ​ໄປ​ຮອດ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ໃຫ້​ການຕ້ອນ​ຮັບ​ຜູ້​ຕາງ​ໜ້າ​ການ​ຄ້າ ອາ​ເມ​ລິ​ກາ ​ທ່ານ Michael Froman. ນະ​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ເນັ້ນ​ໜັກ​ວ່າການ​ເຊື່ອມ​ໂຍງ​ສາ​ກົນ​ແມ່ນ​ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ. ໃນ​ໄລ​ຍະ​ຜ່ານ​ມາ, ຫວຽດ​ນາມ ໄດ້ ແລະ ພວມ​ຕັ້ງ​ໜ້າ​ເຊື່ອມ​ໂຍງ​ຢ່າ​ງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ເຂົ້າ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ພາກ​ພື້ນ. ເລື່ອງ​ເຂົ້າ​ຮ່ວມ​​ການເຈ​ລະ​ຈາ​ສັນ​ຍາ TPP - ເຊິ່ງ​ແມ່ນ​ສັນ​ຍາ​ການ​ຄ້າ​ເສ​ລີ​ດ້ວຍ​ມາດ​​ຕະຖານ​ສູງ​ສຸດ, ສະ​ແດງ​ໃຫ້​ເຫັນ​ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ນີ້​ຂອງ ຫວຽດ​ນາມ. ພ້ອມ​ນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ກໍ່​ຖື​ວ່າ: ຫວຽ​ດ​ນາມ ແມ່ນ​ປະ​ເທດ​ມີ​ລະ​ດັບ​ການ​ພັດ​ທະ​ນາ​ຕ່ຳ​ສຸດ​ໃນ TPP ດັ່ງ​ນັ້ນ​ກໍ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ສຸດ ແລະ ຕ້ອງ​ປັບ​ປຸງຫຼາຍ​ຂໍ້​ກຳ​ນົດ​ພັດ​ທະ​ນາ​ທີ່​ສຸດ​ເມື່ອ​ເຂົ້າ​ຮ່ວມ TPP, ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ສະ​ໜັບ​ສະ​ໜູນ, ຄິດ​ໄລ່​ຊັ່ງ​ຊາ​ເຖິງ​ລະ​ດັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ແລະ ມີ​ບັນ​ດາ​ຄວາມ​ໄຫວ​ພິບ​ທີ່​ຈຳ​ເປັນ, ເໝາະ​ສົມ​ສຳ​ລັບ ຫວຽດ​ນາມ ໃນ​ການ​ເຈ​ລະ​ຈາ TPP. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ກໍ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ໃຫ້ ອາ​ເມ​ລິ​ກາ ເປີດ​ກ້​ວາງ​ຕະຫຼ​າດ​ໃຫ້​ສິນ​ຄ້າຂອງ ຫວຽດ​ນາມ ແລະ ຮັບ​ຮູ້ ຫວຽດ​ນາມ ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດກ​ານ​ຕະຫຼາດ, ພິ​ເສດ​ແມ່ນ​ເມື່ອ ຫວຽດ​ນາມ​ເຂົ້າ​ຮ່ວມ​ສັນ​ຍາ​ທີ່​ມີ​ມາ​ດ​ຕະ​ຖານ​ສູງ ແລະ ຮອບ​ດ້ານ​ຄື TPP.

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ກໍ​ເຂົ້າ​ຮ່ວມ​ພິ​ທີ​ຕັດ​ແຖບ​ຜ້າ ແລະ ມອບ​ສົ່ງ​ເຮືອ​ບິນ​​ລຸ້ນ​ໃໝ່ Boeing 787 – 9 Dreamliner ລະ​ຫວ່າງ​ກຸ່ມ​ບໍ​ລິ​ສັດ Boeing ແລະ Vietnam Airlines.

        ກ່ອ​ນ​ໜ້ານັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ໄປ​ຢ້​ຽມ​ຢາມ​ອະ​ນຸ​ສອນ​ສະ​ຖານ​ປະ​ທາ​ນາ​ທິ​ບໍ​ດີ Thomas Jefferson ຢູ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ.

                              


ຕອບກັບ

ຂ່າວ/ບົດ​ອື່ນ